ຂ່າວເດັ່ນ

ທິມ​ຍິງ​ບັ້ງ​ໄຟ​ດອກຂອງ ຈີນ ຊີງ​ແຊັມ​ໃນ​​ເທດ​ສະ​ການຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ດ່າ​ໜັງ DIFF ປີ 2025

ທິມ​ຍິງ​ບັ້ງ​ໄຟ​ດອກຂອງ ຈີນ ຊີງ​ແຊັມ​ໃນ​​ເທດ​ສະ​ການຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ດ່າ​ໜັງ DIFF ປີ 2025

(VOVWORLD) - ທິມຍິງບັ້ງໄຟດອກ Jiangxi Yangfeng ຂອງ ຈີນ ຍາດໄດ້ແຊັມໃນການແຂ່ງຂັນຊະນະເລີດຂອງເທດສະການຍິງບັ້ງໄຟດອກສາກົນ ດ່າໜັງ DIFF ປີ 2025, ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 12 ກໍລະກົດ ຢູ່ນະຄອນ ດ່າໜັງ.

ລາຍການສະແດງຍິງບັ້ງໄຟດອກຂອງທິມ Jiangxi Yangfeng Art Display (ພາບ: VOV)

ດ້ວຍຫົວຂໍ້ “ດ່າໜັງ: ແກ້ວມະນີປະກາຍແຈ້ງ, ນະຄອນແຫ່ງອະນາຄົດ”, ທິມຍິງບັ້ງໄຟດອກ Jiangxi Yangfeng Art Display ຂອງ ຈີນ ໄດ້ສະແດງລາຍການຍິງບັ້ງໄຟດອກທີ່ເຕັມໄປດ້ວຍສີສັນ ປະສານກັບສຽງດົນຕີຂອງ 10 ບົດເພງ, ພິເສດ ແມ່ນມີການສະຫຼັບສັບຊ້ອນບົດເພງຫວຽດ “ບັກປຫຼິງ - ບົດເພງແນະນຳກ່ຽວກັບແຂວງ ບັກນິງ ຂອງ ຫວຽດນາມ” ເຮັດໃຫ້ລາຍການສະແດງແສງສີມີຄວາມຄຶກຄື້ນ ເຊື່ອມຕໍ່ລະຫວ່າງສອງພື້ນຖານວັດທະນະທໍທ. ລາຍການສະແດງດັ່ງກ່າວກໍເປັນການສະແດງຄວາມຮູ້ບຸນຄຸນທີ່ມີຕໍ່ນະຄອນ ດ່າໜັງ, ນະຄອນທະເລທີ່ພວມບືນຕົວຂຶ້ນຢ່າງແຮງ, ມຸ່ງໄປເຖິງອະນາຄົດພັດທະນາແບບຍືນຍົງ ແລະ ນະວັດຕະກຳ.

ໃນຂະນະນັ້ນ, ທິມ Z121 Vina Pyrotech ຂອງກະຊວງປ້ອງກັນປະເທດ ຫວຽດນາມ ຍາດໄດ້ອັນດັບທີສອງໃນເທດສະການ DIFF ປີ 2025 ດ້ວຍການສະແດງພາຍໃຕ້ຫົວຂໍ້ “ສານແຫ່ງສັນຕິພາບ” ທີ່ນຳໃຊ້ບັ້ງໄຟ 7000 ດອກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.