ຂ່າວເດັ່ນ

ຖັນແຖວນັກວັນນະຄະດີສິລະປິນແມ່ນບັນດາຜູ້ຮັກສາ, ແຜ່ກະຈາຍມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ

ຖັນແຖວນັກວັນນະຄະດີສິລະປິນແມ່ນບັນດາຜູ້ຮັກສາ, ແຜ່ກະຈາຍມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ

(VOVWORLD) - 50 ປີຜ່ານມາ, ວັນນະຄະດີ, ສິລະປະ ຫວຽດນາມ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ, ບັນລຸຜົນງານສຳຄັນຫຼາຍຢ່າງ

ທ່ານຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຫງວຽນຈ້ອງເງັ້ຍ
(ພາບ: quochoi.vn)

        ຕອນເຊົ້າວັນທີ 25 ເມສາ, ກອງປະຊຸມທົ່ວປະເທດສະຫຼຸບ 50 ປີແຫ່ງວັນພື້ນຖານວັນນະຄະດີ, ສິລະປະ ຫວຽດນາມ ພາຍຫຼັງວັນທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ.

        50 ປີຜ່ານມາ, ວັນນະຄະດີ, ສິລະປະ ຫວຽດນາມ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ, ບັນລຸຜົນງານສຳຄັນຫຼາຍຢ່າງ, ຈາກຈີນຕະນາການທິດສະດີຕະຫຼອດຮອດພຶດຕິກຳຕົວຈິງ, ວິທີການໂຄສະນາ ແລະ ທ່າອ່ຽງຕອບຮັບ. ເພື່ອສືບຕໍ່ເສີມຂະຫຍາຍບົດບາດ, ພາລະໜ້າທີ່ຂອງ ວັນນະຄະດີ, ສິລະປະ ຫວຽດນາມ ໃຫ້ກ້າວຂຶ້ນ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ. ທ່ານຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຫງວຽນຈ້ອງເງັ້ຍ, ເນັ້ນໜັກວ່າ:

        “ຍິ່ງກວ່າເວລາໃດໝົດ, ຖັນແຖວນັກວັນນະຄະດີ, ນັກສິລະປິນ ຫວຽດນາມ ຕ້ອງສືບຕໍ່ “ຮຽງບ່າຮຽງໄຫຼ່”, “ຮ່ວມແຮງຮ່ວມໃຈ”, ພ້ອມກັນປະຕິບັດພາລະກຳອັນສູງສົ່ງ ແລະ ຄວາມຮັບຜິດຊອບຢ່າງໜັກໜ່ວງແຕ່ສະຫງ່າລາສີຕໍ່ປະເທດຊາດ ແລະ ປະຊາຊົນ. ດ້ວຍບັນດາບົດປະພັນ ແລະ ຜ່ານບົດປະພັນຂອງຕົນ, ຖັນແຖວນັກວັນນະຄະດີ, ສິລະປິນແມ່ນບັນດາຜູ້ຮັກສາມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຄາດຫວັງພັດທະນາປະເທດຊາດໃຫ້ມີຄວາມວັດທະນາຖາວອນ, ຜາສຸກ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.