ຂ່າວເດັ່ນ

ທົ່ວ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ຈັດ​ພິ​ທີ​ເຊັນສົນ​ທິສັນ​ຍາ ສ​ປ​ຊ​ກ່ຽວ​ກັບ​ອາດ​ຊະ​ຍາ​ກຳ​ທາ​ງ​ອິນ​ເຕີ​ເນັດ ໃຫ້​ສຳ​ເລັດ​ຢູ່​ຮ່າ​ໂນ້ຍ

ທົ່ວ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ຈັດ​ພິ​ທີ​ເຊັນສົນ​ທິສັນ​ຍາ ສ​ປ​ຊ​ກ່ຽວ​ກັບ​ອາດ​ຊະ​ຍາ​ກຳ​ທາ​ງ​ອິນ​ເຕີ​ເນັດ ໃຫ້​ສຳ​ເລັດ​ຢູ່​ຮ່າ​ໂນ້ຍ

(VOVWORLD) - ຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສົມທົບກັບ ຄະນະຜູ້ຕາງໜ້າອົດສະຕາລີ ແລະ ຫ້ອງການ ສປຊ ກ່ຽວກັບການປ້ອງກັນຕ້ານຢາເສັບຕິດ ແລະ ອາດຊະຍາກຳ (UNODC) ຮ່ວມເປັນປະທານການໂອ້ລົມສົນທະນາ “ມຸ່ງໄປເຖິງຮ່າໂນ້ຍ: ພິທີເຊັນສົນທິສັນຍາຂອງ ສປຊກ່ຽວກັບອາດຊະຍາກຳທາງອິນເຕີເນັດ ”.

ທ່ານດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: VOV)

ວັນທີ 19 ກຸມພາ, ຢູ່ສຳນັກງານ ສປຊ ຢູ່ນິວຢອກ (ອາເມລິກາ), ຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສົມທົບກັບ ຄະນະຜູ້ຕາງໜ້າອົດສະຕາລີ ແລະ ຫ້ອງການ ສປຊ ກ່ຽວກັບການປ້ອງກັນຕ້ານຢາເສັບຕິດ ແລະ ອາດຊະຍາກຳ (UNODC) ຮ່ວມເປັນປະທານການໂອ້ລົມສົນທະນາ “ມຸ່ງໄປເຖິງຮ່າໂນ້ຍ: ພິທີເຊັນສົນທິສັນຍາຂອງ ສປຊກ່ຽວກັບອາດຊະຍາກຳທາງອິນເຕີເນັດ ”. ເຫດການດຶງດູດການເຂົ້າຮ່ວມຂອງຜູ້ແທນກ່ວາ 100 ທ່ານທີ່ມາຈາກບັນດາປະເທດສະມາຊິກ ສປຊ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ. ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຂອບໃຈທຸກໆປະເທດທີ່ສະໜັບສະໜູນການເລືອກເອົາຮ່າໂນ້ຍ ແມ່ນສະຖານທີ່ຈັດຕັ້ງພິທີເຊັນສົນທິສັນຍາຢູ່ກອງປະຊຸມຂອງ ສະມັດຊາໃຫຍ່ ສປຊໃນເດືອນທັນວາ ປີ 2024, ພ້ອມທັງຢັ້ງຢືນ ຫວຽດນາມ ຈະສືບຕໍ່ສົມທົບກັບ UNODC, ຫ້ອງວ່າການນິຕິກຳ ສປຊ (OLA) ແລະ ບັນດາປະເທດສະມາຊິກ ຢ່າງແໜ້ນແຟ້ນໃນການຊຸກຍູ້ສັນຍາ ຮ່າໂນ້ຍມີຜົນບັງຄັບໃຊ້ໂດຍໄວ ແລະ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.