ຂ່າວເດັ່ນ

ທູດ​ພິ​ເສດ ອາ​ເມ​ລິ​ກາ ປະ​ກາດ​ແຜນ​ການ​ຢຸດ​ຍິງ​ໃໝ່

ທູດ​ພິ​ເສດ ອາ​ເມ​ລິ​ກາ ປະ​ກາດ​ແຜນ​ການ​ຢຸດ​ຍິງ​ໃໝ່

(VOVWORLD) - ວັນທີ 14 ພຶດສະພາ, ບັນດາການເຈລະຈາເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງສະບັບໃໝ່ກ່ຽວກັບການຢຸດຍິງ ແລະ ແລກປ່ຽນຕົວປະກັນຢູ່ເຂດ ກາຊາ ໄດ້ຮັບການເຊື່ອມຕໍ່ຄືນຢູ່ນະຄອນຫຼວງ ໂດຮາ ຂອງ ກາຕາ.

ທ່ານ Steve Witkoff ທູດພິເສດ ອາເມລິກາ ຕອບສຳພາດ (ພາບ: Reuters)

ເນື້ອໃນຈຸດສຸມຂອງແຜນການຢຸດຍິງຢູ່ ກາຊາ ໂດຍທ່ານ Steve Witkoff ທູດພິເສດ ອາເມລິກາ ຍົກອອກມາ ແມ່ນຂະບວນການອິດສະລາມ ຮາມາດສ ປ່ອຍຕົວປະກັນທັງໝົດທີ່ພວມຖືກກັກຂັງຢູ່, ພ້ອມດຽວກັນນັ້ນ ກໍ່ໃຫ້ຄຳໝັ້ນສັນຍາ ຈະປະທຸກສິດອຳນາດຢູ່ເຂດ ກາຊາ ໃນອະນາຄົດ.

ບັນດາປະເທດເປັນກາງໄກ່ເກ່ຍຢູ່ ໂດຮາ ສະແດງຄວາມສະໜັບສະໜູນຕໍ່ແຜນການດັ່ງກ່າວ. ເຖິງຢ່າງໃດກໍຕາມ, ຮາມາດສ ພັດຍົກອອກສັນຍານທີ່ບໍ່ຕັ້ງໜ້າ, ໝາຍຄວາມວ່າ ບໍ່ຍອມຮັບຂໍ້ສະເໜີຂອງ ອາເມລິກາ.  ຂໍ້ມູນລະອຽດກ່ຽວກັບຂໍ້ສະເໜີຂອງທູດພິເສດ ອາເມລິກາ ກໍຄື ການຜັນແປທີ່ໜ້າສົນໃຈໃນການເຈລະຈາ ຢູ່ ໂດຮາ ຍັງບໍ່ທັນໄດ້ປະກາດເທື່ອ.

ບ໊າທີ, ນັກຂ່າວ VOV ປະຈຳ ອີຢິບ

 


This site is protected by reCAPTCHA and the Google Privacy Policy and Terms of Service apply.