ຂ່າວເດັ່ນ

ທຶນ FDI ບັນ​ລຸ​ໄດ້ 15,4 ຕື້ USD ໃນ 8 ເດືອນ​ຕົ້ນ​ປີ

ທຶນ FDI ບັນ​ລຸ​ໄດ້ 15,4 ຕື້ USD ໃນ 8 ເດືອນ​ຕົ້ນ​ປີ

(VOVWORLD) - ສິງກະໂປ ແມ່ນນັກລົງທຶນໃຫ່ຍກ່ວາໝູ່ ດ້ວຍຈຳນວນທຶນ 3,06 ຕື້ USD, ກວມເອົາ 27,8% ຍອດຈຳນວນທຶນຈົດທະບຽນໃໝ່.

(ພາບ: ກະຊວງການເງິນ)

   ຕາມບົດລາຍງານຂອງກົມສະຖິຕິ, ກະຊວງການເງິນ ຫວຽດນາມ ທີ່ຫາກໍ່ປະກາດໃຊ້ໃນຕອນເຊົ້າວັນທີ 6 ກັນຍາ, ໃນ 8 ເດືອນຕົ້ນປີ,       ຫວຽດນາມ ສືບຕໍ່ດຶງດູດແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢ່າງແຮງ ດ້ວຍຍອດຈຳນວນມູນຄ່າຈົດທະບຽນບັນລຸ 26,14 ຕື້ USD, ເພີ່ມ 27,3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.

  ໃນ 8 ເດືອນຂອງປີ 2025, ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດຍັງໄດ້ຮັບການຕີລາຄາວ່າແມ່ນຂົງເຂດດຶງດູດທຶນ FDI, ກວມ 62,9% ຍອດຈຳນວນທຶນຈົດທະບຽນໃໝ່ ແລະ ເພີ່ມຂຶ້ນ.

  ໃນຈຳນວນ 78 ປະເທດ ແລະ ເຂດແຄ້ວນທີ່ມີໂຄງການລົງທຶນໄດ້ຮັບໜັງສືອະນຸຍາດໃໝ່ຢູ່ ຫວຽດນາມ ໃນ 8 ເດືອນຜ່ານມາ, ສິງກະໂປ ແມ່ນນັກລົງທຶນໃຫ່ຍກ່ວາໝູ່ ດ້ວຍຈຳນວນທຶນ 3,06 ຕື້ USD, ກວມເອົາ 27,8% ຍອດຈຳນວນທຶນຈົດທະບຽນໃໝ່. ຖັດມາແມ່ນ ຈີນ, ເຂດປົກຄອງພິເສດ ຮົງກົງ (ຈີນ)…..

This site is protected by reCAPTCHA and the Google Privacy Policy and Terms of Service apply.