ຂ່າວເດັ່ນ

ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ

ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ຫວຽດນາມ ຖື ລັດເຊຍ ເປັນຄູ່ຮ່ວມມືຍຸດທະສາດສຳຄັນຢ່າງສະເໜີຕົ້ນສະເໝີປາຍ, ພ້ອມທັງປາດຖະໜາຈະພ້ອມກັບ ລັດເຊຍ ເປີດກວ້າງການຮ່ວມມືໃນບັນດາຂົງເຂດເສົາຄ້ຳເຊັ່ນ ການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພະລັງງານ - ນ້ຳມັນອາຍແກັດ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ - ວັດທະນະທຳມະນຸດ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ Dmitry Medvedev ປະທານພັກປະເທດ ລັດເຊຍ ເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ ສປປ.ເກົາຫຼີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານ ສປປ.ເກົາຫຼີ ຄົບຮອບ 80 ປີ (10/10/1945 - 10/10/2025), ວັນທີ 10 ຕຸລາ, ຢູ່ນະຄອນຫຼວງ ພຽງຢາງ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບທ່ານ Dmitry Medvedev ປະທານພັກປະເທດ ລັດເຊຍ ເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ.

          ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຖື ລັດເຊຍ ເປັນຄູ່ຮ່ວມມືຍຸດທະສາດສຳຄັນຢ່າງສະເໜີຕົ້ນສະເໝີປາຍ, ພ້ອມທັງປາດຖະໜາຢາກຈະພ້ອມກັບ ລັດເຊຍ ເປີດກວ້າງການຮ່ວມມືໃນບັນດາຂົງເຂດເສົາຄ້ຳເຊັ່ນ ການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພະລັງງານ - ນ້ຳມັນອາຍແກັດ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ - ວັດທະນະທຳມະນຸດ. ສອງຝ່າຍເຫັນດີສືບຕໍ່ເສີມຂະຫຍາຍຊ່ອງທາງຮ່ວມມືລະຫວ່າງພັກຄອມມູນິດ ຫວຽດນາມ ແລະ ພັກປະເທດລັດເຊຍ ເອກະພາບ. ສອງຝ່າຍກໍແລກປ່ຽນກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຍົກສູງບົດບາດຂອງ ສປຊ, ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ອາຊຽນ.

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບທ່ານ ຫຼີຊຽນ ກຳມະການຄະນະປະຈຳກົມການເມືອງ, ນາຍົກລັດຖະມົນຕີ ຈີນ (ພາບ: TTXVN)

          ຕອນຄ່ຳຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບທ່ານ ຫຼີຊຽນ ກຳມະການຄະນະປະຈຳກົມການເມືອງ, ນາຍົກລັດຖະມົນຕີ ຈີນ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.