ຂ່າວເດັ່ນ

UNDP ແລະ ລັດຖະບານ ຍີ່ປຸ່ນ ຮ່ວມມືຊຸກຍູ້ລະບົບຊີວະພາບນະວັດຕະກຳຢູ່ ຫວຽດນາມ

UNDP ແລະ ລັດຖະບານ ຍີ່ປຸ່ນ ຮ່ວມມືຊຸກຍູ້ລະບົບຊີວະພາບນະວັດຕະກຳຢູ່ ຫວຽດນາມ

(VOVWORLD) - ຂໍ້ລິເລີມແມ່ນເພື່ອແນໃສ່ຊ່ວຍເພີ່ມທະວີລະບົບຊີວະພາບນະວັດຕະກຳ, ຍົກສູງທີ່ຕັ້ງຂອງບັນດາວິສາຫະກິດ ຫວຽດນາມ, ພິເສດແມ່ນບັນດາບໍລິສັດ startup, ຍົກສູງກຳລັງແກ່ງແຍ້ງ

ທີ່ພິທີລົງນາມ
(ພາບ: UNDP ປະຈຳ ຫວຽດນາມ)

        ວັນທີ 27 ກຸມພາ, ຢູ່ ຮ່າໂນ້ຍ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະ ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງແລກປ່ຽນເພື່ອເລີ່ມປະຕິບັດຂໍ້ລິເລີ່ມ “ຍົກສູງກຳລັງຄວາມສາມາດໜູນຊ່ວຍນະວັດຕະກຳຂອງສູນນະວັດຕະກຳແຫ່ງຊາດ”. ຂໍ້ລິເລີມແມ່ນເພື່ອແນໃສ່ຊ່ວຍເພີ່ມທະວີລະບົບຊີວະພາບນະວັດຕະກຳ, ຍົກສູງທີ່ຕັ້ງຂອງບັນດາວິສາຫະກິດ ຫວຽດນາມ, ພິເສດແມ່ນບັນດາບໍລິສັດ startup, ຍົກສູງກຳລັງແກ່ງແຍ້ງ, ແກ້ໄຂບັນດາສິ່ງທ້າທາຍໃນສັງຄົມ. ຂໍ້ລິເລີ່ມກໍ່ເອົາໃຈໃສ່ເຖິງບັນຫາມອບສິດໃຫ້ແກ່ແມ່ຍິງ, ລົບລ້າງຮົ້ວກີດຂວາງສຳລັບການເຂົ້າຮ່ວມຂອງແມ່ຍິງໃນຂົງເຂດນະວັດຕະກຳ ດ້ວຍເປົ້າໝາຍດຶງດູດວິສາຫະກິດ startup ໂດຍແມ່ຍິງເປັນຜູ້ນຳພາຢ່າງໜ້ອຍສຸດ 30% ເຂົ້າໃນບັນດາຂໍ້ລິເລີ່ມສຳຄັນ.

        ເຂົ້າຮ່ວມພິທີລົງນາມ, ທ່ານ ຫວູ້ກວັກຮຸຍ, ຫົວໜ້າສູນນະວັດຕະກຳແຫ່ງຊາດ (NIC), ຖືວ່າ ບັນດາໝາກຜົນຂອງຂໍ້ລິເລີ່ມຈະຕອບສະໜອງຢ່າງຖືກຕ້ອງຕາມຄວາມຮຽກຮ້ອງຂອງສູນໃນປີ 2025 ແລະ 2026, ພິເສດແມ່ນການສ້າງສຳເລັດຮູບແບບກອງທຶນນະວັດຕະກຳແຫ່ງຊາດ ແລະ ສ້າງຕັ້ງເຂດເຮັດວຽກລວມຢູ່ NIC ຮ່ວາລາກ, ດ້ວຍວິໄສທັດນຳ NIC ຮ່ວາລາກ ໃຫ້ກາຍເປັນຈຸດນັດພົບຂອງນະວັດຕະກຳລະດັບຊາດ ແລະ ພາກພື້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.