ຂ່າວເດັ່ນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

(VOVWORLD) - ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ເລື່ອງ UNESCO ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ ໄດ້ຢັ້ງຢືນການຕີລາຄາສູງຂອງສາກົນສຳລັບບັນດາຄຸນຄ່າວິທະຍາສາດ, ວັດທະນະທຳ, ການສຶກສາຂອງ ຫວຽດນາມ ຂອງນັກວັດທະນະທຳ ເລກຸຍໂດນ; ປະກອບສ່ວນໂຄສະນາ, ແນະນຳປະຫວັດສາດວັດທະນະທຳຂອງ ຫວຽດນາມ, ຂອງແຂວງ ຮຶງອຽນ. ເລື່ອງ UNESCO ແລະ ບັນດາປະເທດສະມາຊິກຮັບຮອງເອົາມະຕິດັ່ງກ່າວ ພ້ອມກັນເຊີດຊູບັນດານັກວັດທະນະທຳ ຫວຽດນາມ ໄດ້ເປັນການຮັບຮູ້ຂອງທົ່ວໂລກສຳລັບບັນດາອຸດົມການກ່ຽວກັບສັນຕິພາບ, ຄວາມສະເໝີພາບຍຸຕິທຳໃນສັງຄົມ, ການສຶກສາຕະຫຼອດຊີວິດ ເຊິ່ງ ຫວຽດນາມ ພ້ອມກັນແບ່ງປັນກັບໂລກ, ສອດຄ່ອງກັບບັນດາເປົ້າໝາຍລວມຂອງອົງການ ແລະ ບັນດາຈຸດຄວາມງາມໃຈຈິດໃຈ, ພຸມປັນຍາຂອງຊາວ ຫວຽດນາມ.

ເລກຸຍໂດນແມ່ນເຈົ້າອາມາດໃຫຍ່ຂອງສະໄໝເຈົ້າຊີວິດ ເລຈູງຮຶງ, ແມ່ນນັກວັດທະນະທຳ, ນັກກະວີ ແລະ ໄດ້ຮັບຂະໜານນາມວ່າ ແມ່ນນັກປາດໃຫຍ່ຂອງ ຫວຽດນາມ ໃນສະໄໝສັກດິນາ.

ແອັງຕວັນ, ນັກຂ່າວ VOV ປະຈຳ ຝລັ່ງ

This site is protected by reCAPTCHA and the Google Privacy Policy and Terms of Service apply.