ຂ່າວເດັ່ນ

UNESCO ຮັບຮອງເອົາຂໍ້ຕົກລົງກ່ຽວກັບວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໂລກ ພະລາດຊະວັງ ທັງລອງ

UNESCO ຮັບຮອງເອົາຂໍ້ຕົກລົງກ່ຽວກັບວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໂລກ ພະລາດຊະວັງ ທັງລອງ

(VOVWORLD) - ທ້າຍເດືອນ ກໍລະກົດ ນີ້, ຄະນະຜູ້ແທນລະຫວ່າງຂະແໜງສູນມໍລະດົກໂລກ/ ICOMOS ຈະເດີນທາງໄປ ຫວຽດນາມ, ເພື່ອຕີລາຄາບັນດາຄວາມມານະພະຍາຍາມຜັນຂະຫຍາຍຂອງ ຫວຽດນາມ

ຄະນະຜູ້ແທນລະຫວ່າງຂະແໜງສູນມໍລະດົກໂລກ/ ICOMOS ຈະເດີນທາງໄປ ຫວຽດນາມ
(ພາບປະກອບ)

        ວັນທີ 10 ກໍລະກົດ, ໃນຂອບເຂດກອງປະຊຸມຄັ້ງທີ 47 ຄະນະກຳມະການມໍລະດົກໂລກຂອງອົງການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ຄະນະກຳມະການມໍລະກົດໂລກໄດ້ເຫັນດີຮັບຮອງເອົາຂໍ້ຕົກລົງກ່ຽວກັບວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໂລກພະລາດຊະວັງ ທັງລອງ.

        ທ້າຍເດືອນ ກໍລະກົດ ນີ້, ຄະນະຜູ້ແທນລະຫວ່າງຂະແໜງສູນມໍລະດົກໂລກ/ ICOMOS ຈະເດີນທາງໄປ ຫວຽດນາມ, ເພື່ອຕີລາຄາບັນດາຄວາມມານະພະຍາຍາມຜັນຂະຫຍາຍຂອງ ຫວຽດນາມ, ໃຫ້ຄຳປຶກສາກະກຽມສຳເນົາເອກະສານວິທະຍາສາດເພື່ອຍື່ນສະເໜີບົດລາຍງານສະພາບຕົວຈິງຂອງເຂດອະນຸລັກຮັກສາມໍລະດົກພະລາດຊະວັງ ທັງລອງ, ສະເໜີຍຸດທະສາດກໍ່ສ້າງວັງ ກິງທຽນ ແລະ ເຂດຫໍກາງ ກິງທຽນ ກ່ອນວັນທີ 01 ກຸມພາ 2026 ແລະ ຄະນະກຳມະການມໍລະດົກໂລກຈະພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມຄັ້ງທີ 48 ໃນປີ 2026.

This site is protected by reCAPTCHA and the Google Privacy Policy and Terms of Service apply.