ຂ່າວເດັ່ນ

UNESCO ມີຄວາມວິຕົກກັງວົນຕໍ່ບັນດາຄວາມເສຍຫາຍສຳລັບບັນດາປູຊະນີຍະສະຖານປະຫວັດສາດຂອງ ອີຣານ

UNESCO ມີຄວາມວິຕົກກັງວົນຕໍ່ບັນດາຄວາມເສຍຫາຍສຳລັບບັນດາປູຊະນີຍະສະຖານປະຫວັດສາດຂອງ ອີຣານ

(VOVWORLD) - ມີ 4 ໃນຈຳນວນ 29 ມໍລະດົກໂລກຂອງ ອີຣານ ຖືກເປ່ເພນັບແຕ່ເມື່ອ ອາເມລິກາ ແລະ ອິດສະຣາແອັນ ບຸກໂຈມຕີ ອີຣານ.

ວັງ Golestan ຢູ່ນະຄອນຫຼວງ ເຕເຮຣານ
(ພາບ: Majid Asgaripour/WANA/Reuters)

        ວັນທີ 11 ມີນາ, ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບຊາຕະກຳຂອງບັນດາມໍລະດົກໂລກຢູ່ ອີຣານ ແລະ ພາກພື້ນ, ພາຍຫຼັງວັງ Golestan ຢູ່ນະຄອນຫຼວງ ເຕເຮຣານ, ພ້ອມກັບໂບດອິດສະລາມ ແລະ ວັງປະຫວັດສາດຢູ່ນະຄອນ Isfahan ຖືກເປ່ເພຍ້ອນການປະທະກັນທີ່ພວມເກີດຂຶ້ນ.

        ຖະແຫຼງການຂອງ UNESCO ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການຜົນກະທົບໃນເບື້ອງຕົ້ນທີ່ການປະທະກັນຢູ່ ຕາເວັນອອກກາງ ກໍ່ໃຫ້ເກີດສຳລັບຫຼາຍມໍລະດົກວັດທະນະທຳຂອງ ອີຣານ, ກໍຄືບັນດາປະເທດຢູ່ພາກພື້ນ. UNESCO ໃຫ້ຮູ້ວ່າ, ມີ 4 ໃນຈຳນວນ 29 ມໍລະດົກໂລກຂອງ ອີຣານ ຖືກເປ່ເພນັບແຕ່ເມື່ອ ອາເມລິກາ ແລະ ອິດສະຣາແອັນ ບຸກໂຈມຕີ ອີຣານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.