ຂ່າວເດັ່ນ

ຮຸງ​ກາ​ຣີ, ສະ​ໂລ​ວາ​ກີ ສະ​ກັດ​ກັ້ນ​ບ້ວງ​ລົງ​ໂທດ​ທີ 18 ຂອງ EU ເລັ່ງ​ໃສ່​ລັດ​ເຊຍ

ຮຸງ​ກາ​ຣີ, ສະ​ໂລ​ວາ​ກີ ສະ​ກັດ​ກັ້ນ​ບ້ວງ​ລົງ​ໂທດ​ທີ 18 ຂອງ EU ເລັ່ງ​ໃສ່​ລັດ​ເຊຍ

(VOVWORLD) - ທ່ານລັດຖະມົນຕີ ຮຸງກາຣີ Peter Szijjarto ໃຫ້ຮູ້ວ່າປະເທດນີ້ ແລະ ສະໂລວາກີ ໄດ້ຕັດສິນໃຈບໍ່ສະໜັບສະໜູນເລື່ອງຮັບຮອງເອົາບ້ວງລົງໂທດທີ 18 ເລັ່ງໃສ່ລັດເຊຍ, ພ້ອມທັງເນັ້ນໜັກວ່າ ຮຸງກາຣີ ຈະບໍ່ຍອມຮັບຜົນກະທົບຈາກເລື່ອງ EU ສະໜັບສະໜູນ ຢູແກຼນ ແບບໄຮ້ເງື່ອນໄຂ.

ທ່ານລັດຖະມົນຕີ ຮຸງກາຣີ Peter Szijjarto (ພາບ: REUTERS/David Dee Delgado)

ວັນທີ 23 ມິຖຸນາ, ຮຸງກາຣີ ແລະ ສະໂລວາກີ ໄດ້ສະກັດກັ້ນການຮັບຮອງເອົາບ້ວງລົງໂທດທີ 18 ຂອງ ສະຫະພາບ ເອີລົບ (EU) ທີ່ເລັ່ງໃສ່ລັດເຊຍ, ໃນສະພາບການກຸ່ມນີ້ພວມຊອກຫາວິທີການຜ່ານຜ່າບັນດາຂໍ້ກຳນົດໃນປັດຈຸບັນເພື່ອຫ້າມສອງປະເທດສະມາຊິກ ສືບຕໍ່ຊື້ນ້ຳມັນອາຍແກັດ ຈາກລັດເຊຍ.

ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມກັບບັນດາລັດຖະມົນຕີການຕ່າງປະເທດ EU, ທ່ານລັດຖະມົນຕີ ຮຸງກາຣີ Peter Szijjarto ໃຫ້ຮູ້ວ່າປະເທດນີ້ ແລະ ສະໂລວາກີ ໄດ້ຕັດສິນໃຈບໍ່ສະໜັບສະໜູນເລື່ອງຮັບຮອງເອົາບ້ວງລົງໂທດທີ 18 ເລັ່ງໃສ່ລັດເຊຍ, ພ້ອມທັງເນັ້ນໜັກວ່າ ຮຸງກາຣີ ຈະບໍ່ຍອມຮັບຜົນກະທົບຈາກເລື່ອງ EU ສະໜັບສະໜູນ ຢູແກຼນ ແບບໄຮ້ເງື່ອນໄຂ. Budapest ແລະ Bratislava ໄດ້ຍົກອອກຂໍ້ຕົກລົງດັ່ງກ່າວໃນສະພາບການ EU ພວມຢາກຫ້າມສອງປະເທດນີ້ສືບຕໍ່ຊື້ພະລັງງານລາຄາຖືກຈາກຝ່າຍລັດເຊຍ.

ສ່ວນຝ່າຍສະໂລວາກີ, ທ່ານນາຍົກລັດຖະມົນຕີ Robert Fico ປະກາດວ່າ ປະເທດນີ້ຈະບໍ່ສະໜັບສະໜູນບ້ວງລົງໂທດໃໝ່ຖ້າຄະນະກຳມະການເອີລົບບໍ່ຍົກອອກວິທີການແກ້ໄຂລະອຽດໃຫ້ແກ່ບັນດາຄວາມຫຍຸ້ງຍາກເຊິ່ງ ສະໂລວາກີຈະປະເຊີນ ເມື່ອ EU ຄ່ອຍໆລົບລ້າງແຫຼ່ງພະລັງງານຈາກລັດເຊຍ. ກ່ອນໜ້ານັ້ນ, ວັນທີ 22 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຮຸງກາຣີ  ໄດ້ຮຽກຮ້ອງ EU ຖອນຄືນຂໍ້ສະເໜີຫ້າມພະລັງງານ ລັດເຊຍ ອອກຈາກໂຄງການດຳເນີນງານ, ຍ້ອນວິຕົກກັງວົນລາຄາພະລັງງານຈະເພີ່ມຂຶ້ນພາຍຫຼັງ ອາເມລິກາ ບຸກໂຈມຕີບັນດາຮາກຖານນິວເຄຼຍຂອງ ອີຣານ.


This site is protected by reCAPTCHA and the Google Privacy Policy and Terms of Service apply.