ຂ່າວເດັ່ນ

ຮຸງ​ກາ​ຣີ ຖະ​ແຫຼງ​ຈະ​ຮ້ອງ​ຟ້ອງ EU ກ່ຽວ​ກັບ​ແຜນ​ການ​ລົບ​ລ້າງ​ພະ​ລັງ​ງານ ລັດ​ເຊຍ

ຮຸງ​ກາ​ຣີ ຖະ​ແຫຼງ​ຈະ​ຮ້ອງ​ຟ້ອງ EU ກ່ຽວ​ກັບ​ແຜນ​ການ​ລົບ​ລ້າງ​ພະ​ລັງ​ງານ ລັດ​ເຊຍ

(VOVWORLD) - ຮຸງກາຣີ ຈະຄັດຄ້ານແຜນການຂອງ ສະຫະພາບ ເອີລົບ (EU) ເພື່ອແນໃສ່ຢຸດຕິການນຳເຂົ້າພະລັງງານຈາກລັດເຊຍ ແລະ ນຳເຫດການຂຶ້ນສານ EU.

ກ່າວຄຳເຫັນທາງຊ່ອງໂທລະພາບແຫ່ງຊາດ ຮຸງກາຣີ, ວັນທີ 14 ພະຈິກ ທ່ານ ນາຍົກລັດຖະມົນຕີ Viktor Orbán ໄດ້ຕຳໜິຕິຕຽນແຜນການຂອງ EU ແນໃສ່ຢຸດຕິການນຳເຂົ້າພະລັງງານລັດເຊຍ, ພ້ອມທັງກ່າວເຕືອນວ່າ EU ສວຍໃຊ້ຊ່ອງຫວ່າງຂອງ ກົດໝາຍ ເພື່ອຂ້າມຜ່ານສິດປະຕິເສດຂອງປະເທດນີ້ ຕໍ່ບັນດາຄຳສັ່ງລົງໂທດ ພະລັງງານລັດເຊຍ. ຕາມທ່ານ Viktor Orbán ແລ້ວ, EU ພວມນຳໃຊ້ບັນດາມຂໍ້ກຳນົດດ້ານການຄ້າເພື່ອບັງຄັບລົບລ້າງການນຳເຂົ້ານ້ຳມັນ ແລະ ອາຍແກັນຈາກລັດເຊຍ ຢ່າງສົມບູນນັບແຕ່ທ້າຍປີ 2027, ແທນທີ່ຜ່ານກົນໄກເຫັນດີເຫັນພ້ອມ ເຊິ່ງຮຽກຮ້ອງຕ້ອງມີຄວາມເຫັນດີຈາກທຸກປະເທດສະມາຊິກ. ນີ້ໄດ້ຮັບຖືວ່າແມ່ນການກະທຳລະເມີດກົດໝາຍ ເອີລົບ ແລະ ຮຸງກາຣີ ຮຽກຮ້ອງສານຍຸຕິທຳ ເອີລົບ ແກ້ໄຂບັນຫານີ້ ເພື່ອຮັບປະກັນຄວາມຍິຕິທຳ.

This site is protected by reCAPTCHA and the Google Privacy Policy and Terms of Service apply.