ຂ່າວເດັ່ນ

ຮູບ​ເງົາ “ຝົນ​ແດງ” ຍາດ​ໄດ້​ລາງວັນ ປີກວ່າວ​ທອງ ​ປີ 2025

ຮູບ​ເງົາ “ຝົນ​ແດງ” ຍາດ​ໄດ້​ລາງວັນ ປີກວ່າວ​ທອງ ​ປີ 2025

(VOVWORLD) - ລາງວັນ ປີກວ່າວທອງ ເຊີດຊູບັນດາຜົນງານຟິມຮູບເງົາ, ໜັງທີ່ມີຂີດໝາຍປະດິດຄິດສ້າງໃນສິລະປະການສະແດງ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເຕັມໄປດ້ວຍຄຸນຄ່າວັດທະນະທຳມະນຸດ ແລະ ບັນລຸປະລິດທິຜົນທາງສັງຄົມຢ່າງຕັ້ງໜ້າ.

ພິທີມອບລາງວັນ

ຮູບເງົາ “ “ຝົນແດງ” ຂອງສຳນັກຟິມຮູບເງົາກອງທັບປະຊາຊົນ ຫວຽດນາມ ຄວ້າໄດ້ 3 ລາງວັນ ໃນພິທີມອບລາງວັນ ປີກວ່າວທອງ ປີ 2025 ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 15 ມັງກອນ, ຢູ່ຮ່າໂນ້ຍ, ລວມມີ: ລາງວັນ ຟິມຮູບເງົາດີເດັ່ນ; ລາງວັນຜູ້ກຳກັບດີເດັ່ນ ໄດ້ແກ່ ພັນເອກ, ນັກສິລະປິນດີເດັ່ນ ດັ້ງຖາຍຮວ່ຽນ ແລະ ລາງວັນນັກສະແດງຮອງດີເດັ່ນ ໄດ້ແກ່ ຫງວຽນເຟືອງນາມ, ໃນຕົວລະຄອນ ຕະ.

ເມື່ອກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ໂດະເລັ້ງຮຸ່ງຕູ, ປະທານສະມາຄົມຟິມຮູບເງົາ ຫວຽດນາມ, ເນັ້ນໜັກວ່າ ລາງວັນ ປີກວ່າວທອງ ເຊີດຊູບັນດາຜົນງານຟິມຮູບເງົາ, ໜັງທີ່ມີຂີດໝາຍປະດິດຄິດສ້າງໃນສິລະປະການສະແດງ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເຕັມໄປດ້ວຍຄຸນຄ່າວັດທະນະທຳມະນຸດ ແລະ ບັນລຸປະລິດທິຜົນທາງສັງຄົມຢ່າງຕັ້ງໜ້າ. ນີ້ແມ່ນໜຶ່ງໃນບັນດາລາງວັນທີ່ເປັນມູນເຊື້ອໃນຂົງເຂດຟິມຮູບເງົາ, ພ້ອມທັງແມ່ນໂອກາດເພື່ອເຊີດຊູບັນດາການອຸທິດສ່ວນ, ຫົວຄິດປະດິດສ້າງຂອງຜູ້ຜະລິດຟິມຕໍ່ກັບການພັດທະນາຂອງຟິມຮູບເງົາ ຫວຽດນາມ./.


This site is protected by reCAPTCHA and the Google Privacy Policy and Terms of Service apply.