ຂ່າວເດັ່ນ

VinFast ຮ່ວມ​ມື​ກັບ​ບໍ​ລິ​ສັດ logistics ແລະ ຂົນ​ສົ່ງ​ແຖວ​ໜ້າ DHL

VinFast ຮ່ວມ​ມື​ກັບ​ບໍ​ລິ​ສັດ logistics ແລະ ຂົນ​ສົ່ງ​ແຖວ​ໜ້າ DHL

(VOVWORLD) - ການຮ່ວມມືກັບ DHL ກໍຈະຊ່ວຍຕອບສະໜອງແຜນການເປີດກວ້າງຕະຫຼາດຂອງ VinFast ໃນອະນາຄົດ.

ຜູ້ຕາງໜ້າຂອງທັງສອງບໍລິສັດ (ພາບ: vinfast.vn)

ວັນທີ 31 ມີນາ, ບໍລິສັດຜະລິດລົດໂອໂຕໄຟຟ້າ ແລະ ລົດຈັກໄຟຟ້າ ຫວຽດນາມ VinFast ຂຶ້ນກັບກຸ່ມບໍລິສັດ Vingroup  ໄດ້ປະກາດການຮ່ວມມືກັບບໍລິສັດ logistics  ແລະ ຂົນສົ່ງແຖວໜ້າ DHL ທີ່ມີສຳນັກງານຕັ້ງຢູ່ ເຢຍລະມັນ ຢ່າງເປັນທາງການ ເພື່ອເສີມຂະຫຍາຍປະສິດທິຜົນຂອງເຄືອຂ່າຍເຄື່ອງອາໄຫຼ່ ຜ່ານບັນດາມາດຕະການຄຸ້ມຄອງ logistics ແບບຄົບວົງຈອນ. ທ່ານ Etienne Kennis, ຜູ້ຄຸ້ມຄອງການພັດທະນາດຳເນີນທຸລະກິດຂົງເຂດ Benelux ຂອງ DHL, ໃຫ້ຮູ້ວ່າ ການຮ່ວມມືກັບ DHL ກໍຈະຊ່ວຍຕອບສະໜອງແຜນການເປີດກວ້າງຕະຫຼາດຂອງ VinFast ໃນອະນາຄົດ. ສອງຝ່າຍພວມຕັ້ງໜ້າຄົ້ນຄວ້າບັນດາສະຖານທີ່ທີ່ມີຄວາມສາມາດບົ່ມຊ້ອນ ແນໃສ່ຮັບໃຊ້ຄວາມຕ້ອງການຢູ່ບັນດາຕະຫຼາດຫາກໍ່ພົ້ນເດັ່ນໃຫ້ເປັນຢ່າງດີທີ່ສຸດ. ໄປຄຽງຄູ່ກັບສູນຈຳໜ່າຍຫຼັກຢູ່ Holtum, DHL ຍັງເກັບຮັກສາແບັດເຕີຣີ ແລະ ເຄື່ອງອາໄຫຼ່ທັງໝົດຂອງບັນດາຕົວຢ່າງລົດ VinFast ລຸ້ນ VF 6 ແລະ  VF 8 ຢູ່ ສ.ເຊັກໂກ, ກຽມພ້ອມຮັບໃຊ້ບັນດາສາຂາຂອງ VinFast ຢູ່ ຝລັ່ງ, ເຢຍລະມັນ ແລະ ໂຮນລັງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.