ຂ່າວເດັ່ນ

VNVC ມອບ​ວັກ​ແຊງກັນ​ພະ​ຍາດ​ໝາ​ກ​ແດງ 500.000 ເຂັມ​ໃຫ້​ແກ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ປ້ອງ​ກັນ​ພະ​ຍາດ

VNVC ມອບ​ວັກ​ແຊງກັນ​ພະ​ຍາດ​ໝາ​ກ​ແດງ 500.000 ເຂັມ​ໃຫ້​ແກ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ປ້ອງ​ກັນ​ພະ​ຍາດ

(VOVWORLD) - ພະຍາດໝາກແດງຈະໄດ້ຮັບການຄວບຄຸມໃນເວລາໄວທີ່ສຸດ, ປະກອບສ່ວນປະຕິບັດສຳເລັດເປົ້າໝາຍ 95% ເດັກທີ່ນອນໃນເປົ້າໝາຍສັກວັກແຊງໄດ້ເຂົ້າເຖິງວັກແຊງກັນພະຍາດໝາກແດງ 1 ເຂັມ.

ພິທີມອບວັກແຊງ (ພາບ: VGP/HM)

 ວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ລະບົບສູນສັກວັກແຊງ (VNVC) ໄດ້ມອບວັກແຊງກັນພະຍາດໝາກແດງ 500.000 ເຂັມ ໃຫ້ແກ່ກະຊວງສາທາລະນະສຸກຫວຽດນາມ ເພື່ອແນໃສ່ຊ່ວຍເຫຼືອບັນດາທ້ອງຖິ່ນທີ່ມີຄວາມສ່ຽງເກີດໂລກລະບາດ, ຍູ້ໄວຄວາມຄືບໜ້າໃນການເຂົ້າເຖິງວັກແຊງທົ່ວປະເທດ, ຮັກສາສຸຂະພາບຊຸມຊົນ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ນາງ ຫງວຽນທິລຽນເຮືອງ ປາດຖະໜາວ່າ VNVC ຈະສືບຕໍ່ຮ່ວມເດີນທາງພ້ອມກັບກະຊວງສາທາລະນະສຸກໃນການຜັນຂະຫຍາຍວຽກງານສັກວັກແຊງຢູ່ ຫວຽດນາມ; ຫວັງວ່າ ພະຍາດໝາກແດງຈະໄດ້ຮັບການຄວບຄຸມໃນເວລາໄວທີ່ສຸດ, ປະກອບສ່ວນປະຕິບັດສຳເລັດເປົ້າໝາຍ 95% ເດັກທີ່ນອນໃນເປົ້າໝາຍສັກວັກແຊງໄດ້ເຂົ້າເຖິງວັກແຊງກັນພະຍາດໝາກແດງ 1 ເຂັມ.

        ເນື່ອງໃນໂອກາດນີ້, VNVC ໄດ້ປຸກລະດົມບັ້ນເຄື່ອນໄຫວ “ຮ່ວມແຮງຮ່ວມໃຈປ້ອງກັນຕ້ານພະຍາດໝາກແດງ” ທົ່ວໂລກ.


This site is protected by reCAPTCHA and the Google Privacy Policy and Terms of Service apply.