ຂ່າວເດັ່ນ

VOV ແລະ CMG ແລກປ່ຽນຍຸດທະສາດພັດທະນາໃນສະພາບການໃໝ່

VOV ແລະ CMG ແລກປ່ຽນຍຸດທະສາດພັດທະນາໃນສະພາບການໃໝ່

(VOVWORLD) - ກໍ່ທີ່ການເຮັດວຽກ, 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບການຫັນເປັນດີຈີຕອນໃນຂະແໜງກະຈາຍສຽງໂທລະພາບ.

ທ່ານຮອງຜູ້ອຳນວຍການໃຫຍ່ VOV ຟ້າມແມ້ງຮຸ່ງ ແລະ ທ່ານ ຟານຢຸນ, ຮອງຜູ້ອຳນວຍການໃຫຍ່ CMG)

        ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ວິທະຍຸກະຈາຍສຽງໂທລະພາບສູນກາງ ຈີນ (CMG) ຕ້ອງເພີ່ມທະວີການແລກປ່ຽນບົດຮຽນການພັດທະນາໃນສະພາບເຕັກໂນໂລຊີພວມລະເບີດຂຶ້ນ ເພື່ອຮັກສາ ແລະ ເສີມຂະຫຍາຍບົດບາດກຳນົດທິດຂອງບັນດາໂຄງການສື່ມວນຊົນຫຼັກແຫຼ່ງຂອງ 2 ປະເທດ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງຜູ້ອຳນວຍການໃຫຍ່ VOV ຟ້າມແມ້ງຮຸ່ງ ທີ່ການເຮັດວຽກກັບທ່ານ ຟານຢຸນ, ຮອງຜູ້ອຳນວຍການໃຫຍ່ CMG ເນື່ອງໃນໂອກາດການໄປປະຕິບັດງານຢູ່ ຈີນ ແຕ່ວັນທີ 17 – 19 ມີນາ. ທ່ານ ຟ້າມແມ້ງຮຸ່ງ ເນັ້ນໜັກວ່າ, VOV ພ້ອມແລ້ວຈະເອົາລົງບັນດາຂໍ້ມູນຂ່າວສານເປັນຫຼາຍຮູບຫຼາຍແບບ, ໂຄສະນາກ່ຽວກັບບັນດາຜົນງານໃນການພັດທະນາ ແລະ ທຸກດ້ານໃນຊີວິດຂອງຄົມຂອງ ຈີນ, ພ້ອມກັນນັ້ນກໍ່ປາດຖະໜາວ່າ CMG ກໍ່ເພີ່ມທະວີຂໍ້ມູນກ່ຽວກັບບັນດາການປ່ຽນແປງ ແລະ ບັນດາບາດກ້າວພັດທະນາຂອງ ຫວຽດນາມ ເຖິງມະຫາຊົນ ຈີນ.

        ກໍ່ທີ່ການຕ້ອນຮັບ, ທ່ານ ຟານຢຸນ, ຢືນຢັນວ່າ, ໂດຍແມ່ນຄູ່ຮ່ວມມືທີ່ມີມາແຕ່ດົນນານຂອງ VOV ຢູ່ ຈີນ, CMG ປາດຖະໜາຢາກຕໍ່ກຳນົດເວລາຮ່ວມມື 2 ຝ່າຍ, ເຊື່ອມຕໍ່ບັນດາລາຍການຮ່ວມມືທີ່ໄດ້ຜັນຂະຫຍາຍລະຫວ່າງ VOV ແລະ  CMG ໃນໄລຍະຜ່ານມາ.

        ກໍ່ທີ່ການເຮັດວຽກ, 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບການຫັນເປັນດີຈີຕອນໃນຂະແໜງກະຈາຍສຽງໂທລະພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.