ຂ່າວເດັ່ນ

VOV ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 62 ຢູ່ ມົງໂກນ

VOV ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 62 ຢູ່ ມົງໂກນ

(VOVWORLD) - ວິທະຍຸກະຈາຍສຽງ ຫວຽດນາມ ມີ 2 ບົດປະພັນໄດ້ລອດເຂົ້າຮອບສຸດທ້າຍຂອງລາງວັນ ABU 2025.

(ຄະນະຜູ້ແທນ VOV ຖ່າຍຮູບກັບທ່ານເລຂາທິການໃຫຍ່ ABU Ahmed Nadeem)

ຕອນເຊົ້າວັນທີ 14 ກັນຍາ, ຢູ່ນະຄອນຫຼວງ Ulaanbaatar, ປະເທດ ມົງໂກນ, ໄດ້ຈັດພິທີໄຂກອງປະຊຸມສະມັດຊາໃຫຍ່ສະມາຄົມກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU) ຄັ້ງທີ 62. ເຫດການໂດຍວິທະຍຸໂທລະພາບແຫ່ງຊາດ ມົງໂກນເປັນເຈົ້າພາບຈັດຂຶ້ນ ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 300 ທ່ານທີ່ມາຈາກ 65 ປະເທດ. ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍທ່ານ ຫງວຽນວັນຈີ, ຮອງເລຂາຮັບຜິດຊອບອົງຄະນະພັກ ເປັນຫົວໜ້າຄະນະ ເຂົ້າຮ່ວມເຫດການ.

ກ່າວຄຳເຫັນທີ່ເຫດການ, ທ່ານຮອງປະທານ ABU Inoue Tatsuhiko ເນັ້ນໜັກວ່າ ດ້ວຍການນຳໃຊ້ເຕັກໂນໂລຊີໃໝ່ ແລະ ບັນດາການປະກອບສ່ວນຂອງວິທະຍຸ - ໂທລະພາບ, ບັນດາອົງການສື່ມວນຊົນ ສາມາດຍົກສູງຄວາມໄວ້ເນື້ອເຊື່ອໃຈຂອງຜູ້ຊົມຜູ້ຟັງ ແລະ ປະຕິບັດສຳເລັດພາລະກຳພິເສດຕໍ່ກັບສັງຄົມ. ພາລະກຳ ແລະ ຫຼັກການເຄື່ອນໄຫວຂອງ ABU ແມ່ນເຊື່ອມຕໍໍ່ບັນດາທ່າແຮງທີ່ອຸດົມສົມບູນຂອງບັນດາວິທະຍຸສະມາຊິກໃນຊາຍຄາລວມ ແລະ ສ້າງເປັນ “ຄວາມເປັນເອກະພາບໃນຫຼາຍຮູບຫຼາຍແບບ”.

ໃນຂອບເຂດກອງປະຊຸມໃຫຍ່ທີ່ຈັດຂຶ້ນແຕ່ວັນທີ 11 – 15 ກັນຍາ ໄດ້ຈັດຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ. ພິເສດ, ໃນຕອນຄ່ຳວັນທີ 14 ກັນຍາ (ຕາມເວລາທ້ອງຖິ່ນ) ຈະຈັດພິທີມອບລາງວັນ ABU. ວິທະຍຸກະຈາຍສຽງ ຫວຽດນາມ ມີ 2 ບົດປະພັນໄດ້ລອດເຂົ້າຮອບສຸດທ້າຍຂອງລາງວັນ ABU 2025.

ໃນຫຼາຍປີຜ່ານມາ, ສະມັດຊາໃຫຍ່ ABU ແມ່ນເວທີປາໄສສຳຄັນເຊື່ອມຕໍ່ບັນດາອົງການກະຈາຍສຽງ, ໂທລະພາບ, ສື່ສານໃນພາກພື້ນ ແລະ ໃນໂລກ, ປະກອບສ່ວນຊຸກຍູ້ການຮ່ວມມື, ແລກປ່ຽນ ແລະ ພັດທະນາການກະຈາຍສຽງ, ໂທລະພາບ, ການສື່ສານ ເພື່ອໂລກແຫ່ງສັນຕິພາບ, ກ້າວໜ້າ ແລະ ພັດທະນາ. ໂດຍແມ່ນສະມາຊິກຂອງ ABU ມາເປັນເວລາຫຼາຍປີ, VOV ຍາມໃດກໍ່ເຂົ້າຮ່ວມການເຄື່ອນໄຫວຂອງ ABU ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.