ຂ່າວເດັ່ນ

VOV ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ກັບ ສະ​ຖາ​ນີ​ວິ​ທະ​ຍຸ - ໂທ​ລະ​ພາບ​ແຫ່ງ​ຊາດ ເບ​ລາ​ຣຸດ

VOV ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ກັບ ສະ​ຖາ​ນີ​ວິ​ທະ​ຍຸ - ໂທ​ລະ​ພາບ​ແຫ່ງ​ຊາດ ເບ​ລາ​ຣຸດ

(VOVWORLD) - VOV ແມ່ນອົງການສື່ມວນຊົນທຳອິດຂອງ ຫວຽດນາມ ທີ່ສ້າງຕັ້ງສາຍພົວພັນຮ່ວມມືກັບອົງການສື່ມວນຊົນພາກລັດໃຫຍ່ສຸດຂອງ ສ.ເບລາຣຸດ.

 ທ່ານ ໂດຕຽນສີ, ກໍາມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ແລະ ທ່ານ Ivan Eismont, ຜູ້ອຳນວຍການໃຫຍ່ສະຖານີ ວິທະຍຸ -ໂທລະພາບ ແຫ່ງຊາດ ເບລາຣຸດ 

ວັນທີ 12 ພຶດສະພາ, ຢູ່ນະຄອນຫຼວງ Minsk, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ. ເບລາຣຸດ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບສະຖານີ ວິທະຍຸ -ໂທລະພາບ ແຫ່ງຊາດ ເບລາຣຸດ. VOV ແມ່ນອົງການສື່ມວນຊົນທຳອິດຂອງ ຫວຽດນາມ ທີ່ສ້າງຕັ້ງສາຍພົວພັນຮ່ວມມືກັບອົງການສື່ມວນຊົນພາກລັດໃຫຍ່ສຸດຂອງ ສ.ເບລາຣຸດ.

        ທ່ານ ໂດຕຽນສີ, ກໍາມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ແລະ ທ່ານ Ivan Eismont, ຜູ້ອຳນວຍການໃຫຍ່ສະຖານີ ວິທະຍຸ -ໂທລະພາບ ແຫ່ງຊາດ ເບລາຣຸດ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດສື່ມວນຊົນ ພາຍໃຕ້ການເປັນສັກຂີພິຍານຂອງການນຳພັກ, ລັດ ຫວຽດນາມ ແລະ ສ. ເບລາຣຸດ. ໃນຂອບເຂດຂໍ້ຕົກລົງຮ່ວມມືນີ້, ສະຖານີວິທະຍຸສອງປະເທດ ຈະເພີ່ມທະວີການແລກປ່ຽນລາຍການກະຈາຍສຽງ, ເນື້ອໃນດີຈີຕອນ; ສົມທົບກັນຜະລິດບັນດາລາຍການ; ແບ່ງປັນຂໍ້ມູນສື່ມວນຊົນ; ຈັດຕັ້ງຊຸດບຳລຸງສ້າງວິຊາຊີບ ແລະ ແລກປ່ຽນຄະນະປະຕິບັດງານ.

ໄລ່ມາຮອດປັດຈຸບັນ, VOV ໄດ້ສ້າງຕັ້ງການພົວພັນຮ່ວມມືກັບກວ່າ 30 ອົງການສື່ມວນຊົນຂອງບັນດາປະເທດໃຫຍ່ໃນພາກພື້ນ ແລະ ໃນໂລກ


This site is protected by reCAPTCHA and the Google Privacy Policy and Terms of Service apply.