ຂ່າວເດັ່ນ

VOV ລົງນາມການຮ່ວມມືກັບວິທະຍຸກະຈາຍສຽງ Orpheus

VOV ລົງນາມການຮ່ວມມືກັບວິທະຍຸກະຈາຍສຽງ Orpheus

(VOVWORLD) - ເລື່ອງລົງນາມການຮ່ວມມືກັບວິທະຍຸກະຈາຍສຽງ Orpheus ແລະ ກັບວິທະຍຸກະຈາຍສຽງແຫ່ງຊາດ ເບລາຣຸດ ໃນຂອບເຂດການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນຄັ້ງນີ້ ໄດ້ສ້າງບາດກ້າວຢ່າງໃຫຍ່ຫຼວງໃນຍຸດທະສາດເປີດກວ້າງການຮ່ວມມືກັບສາກົນຂອງ VOV

(ທ່ານຜູ້ອຳນວຍການໃຫຍ່ VOV ໂດ້ຕຽນຊີ ແລະ ທ່ານນາງ Irina Geresimova, ແລກປ່ຽນບົດບັນທຶກຊ່ວຍຈຳການຮ່ວມມື)

   ຕອນບ່າຍວັນທີ 10 ພຶດສະພາ, ຢູ່ວັງ Kremlin, ພາຍໃຕ້ການເປັນສັກຂີພິຍານຂອງທ່ານເລຂາທິການຫໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin, ທ່ານຜູ້ອຳນວຍການໃຫຍ່ VOV ໂດ້ຕຽນຊີ ແລະ ທ່ານນາງ Irina Geresimova, ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືກັບອົງການງົບປະມານແຫ່ງລັດສະຫະພັນ ລັດເຊຍ ກ່ຽວກັບການຈັດຕັ້ງ, ຜະລິດ ແລະ ເຜີຍແຜ່ລາຍການດົນຕີ, ວັດທະນະທຳ ແລະ ສຶກສາ ຂຶ້ນກັບສູນກະຈາຍສ່ຽງໂທລະພາບດົນຕີແຫ່ງລັດ ລັດເຊຍ (ຫຼືເອື້ນວ່າ ວິທະຍຸກະຈາຍສຽງ Orpheus).

        ເລື່ອງລົງນາມການຮ່ວມມືກັບວິທະຍຸກະຈາຍສຽງ Orpheus ແລະ ກັບວິທະຍຸກະຈາຍສຽງແຫ່ງຊາດ ເບລາຣຸດ ໃນຂອບເຂດການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນຄັ້ງນີ້ ໄດ້ສ້າງບາດກ້າວຢ່າງໃຫຍ່ຫຼວງໃນຍຸດທະສາດເປີດກວ້າງການຮ່ວມມືກັບສາກົນຂອງ VOV ກັບບັນດາຄູ່ຮ່ວມມືຢູ່ພາກພື້ນເພື່ອນມິດທີ່ເປັນມູນເຊື້ອຄື ສະຫະພັນລັດເຊຍ ແລະ ເອີລົບຕາເວັນອອກ.

(ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີປະກາດເປີດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ ແລະ ມົດສະກູ)
  ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມ ລັດເຊຍ ຢ່າງເປັນທາງການ, ຕອນຄ່ຳວັນທີ 09 ພຶດສະພາ (ຕາມເວລາທ້ອງຖິ່ນ), ພາຍໃຕ້ການເປັນສັກຂີພິຍານຂອງທ່ານເລຂາທິການໃຫຍ່ ໂຕເລິມ, ບໍລິສັດການບິນແຫ່ງຊາດ (Vietnam Airlines) ໄດ້ຈັດພິທີປະກາດເປີດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ ແລະ ມົດສະກູ. ເລື່ອງເຊື່ອມຕໍ່ສາຍການບິນດັ່ງກ່າວຄືນໃໝ່ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ການແລກປ່ຽນການຄ້າ ແລະ ພັດທະນາການທ່ອງທ່ຽວເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງຍາວນານໃນການເພີ່ມທະວີການເຊື່ອມຕໍ່ຍຸດທະສາດລະຫວ່າງ 2 ປະເທດອີກດ້ວຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.