ຂ່າວເດັ່ນ

ວາລະປະຊຸມເທື່ອທີ 3 ຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020

ວາລະປະຊຸມເທື່ອທີ 3 ຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020

(VOVWORLD) - ຕອນບ່າຍວັນທີ 09 ກໍລະກົດ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ, ປະທານຄະນະກຳມະການແຫ່ງຊາດ ອາຊຽນ 2020 ໄດ້ເປັນປະທານວາລະປະຊຸມເທື່ອທີ 3 ຂອງຄະນະກຳມະການ.

 ທີ່ວາລະປະຊຸມ (ພາບ: VGP)

ທີ່ວາລະປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ໄດ້ໃສ່ໃຈວ່າ ຄວນສືບຕໍ່ຜັນຂະຫຍາຍບັນດາໜ້າທີ່ໃນໄລຍະຈະມາເຖິງຢ່າງຮີບດ່ວນ, ພິເສດແມ່ນການທາບທາມຄຳເຫັນ, ຂົນຂວາຍບັນດາປະເທດກ່ຽວກັບຫົວຂໍ້, ຈຸດສຸມບຸລິມະສິດຂອງປີປະທານ ອາຊຽນ 2020, ຄາດຄະເນຈັດຕັ້ງບັນດາກອງປະຊຸມໃຫຍ່ໃນປີ 2020, ເປັນຕົ້ນແມ່ນກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງກັບຄູ່ຮ່ວມມືຕ່າງໆ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ກໍ່ຮຽກຮ້ອງບັນດາອະນຸກຳມະການ, ກະຊວງ, ຂະແໜງການສ້າງແຜນຮ່າງລະອຽດ, ແຜນການຜັນຂະຫຍາຍໃຫ້ສຳເລັດໂດຍໄວ ແລະ ຂຶ້ນແຜນງົບປະມານໃຫ້ບັນດາການເຄື່ອນໄຫວໃນປີປະທານ ອາຊຽນ 2020 ຖືກຕາມຂໍ້ກຳນົດ ແລະ ຄວາມຄືບໜ້າ.

This site is protected by reCAPTCHA and the Google Privacy Policy and Terms of Service apply.