ຂ່າວເດັ່ນ

WB ແລະ ADB ຈ່າຍ​ເງິນກວ່າ 12 ຕື້ USD ໃຫ້​ແກ່​ບັນ​ດາ​ໂຄງ​ການ​ສີ​ຂຽວ​ໃນ​ອາ​ຊຽນ

WB ແລະ ADB ຈ່າຍ​ເງິນກວ່າ 12 ຕື້ USD ໃຫ້​ແກ່​ບັນ​ດາ​ໂຄງ​ການ​ສີ​ຂຽວ​ໃນ​ອາ​ຊຽນ

(VOVWORLD) - ທ່ານ FadillaFadilla, ຮອງລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ທະນາຄານໂລກ (WB) ແລະ ທະນາຄານພັດທະນາ ອາຊີ (ADB) ຈະສະໜອງເງິນຈຳນວນ 12,5 ຕື້ USD ໃຫ້ແກ່ ອາຊຽນ ເພື່ອຜັນຂະຫຍາຍບັນດາໂຄງການສີຂຽວໃນພາກພື້ນ.

ບ້ວງເງິນນີ້, ລວມມີ 2,5 ຕື້ USD ຈາກ WB ແລະ 10  ຕື້ USD ຈາກ ADB ຈະເພີ່ມເຕີບດ້ວຍການລົງທຶນພາກເອກະຊົນເພື່ອແນໃສ່ເປີດກວ້າງບັນດາໂອກາດເຮັດວຽກ ແລະ ດຳເນີນທຸລະກິດໃໝ່ຢູ່ ອາຊຽນ. ກ່າວຄຳເຫັນທີ່ວາລະອັດເວທີປາໄສພະລັງງານແບບຍືນຍົງ ແລະ ທົດແທນໃນວັນທີ 4 ກັນຍາ ຢູ່ Kuchinh, ມາເລເຊຍ, ທ່ານ Fadillah ໃຫ້ຮູ້ວ່າ ບັນດານັກລົງທຶນພາກເອກະຊົນສາກົນມາຈາກເຂດ ອາຣັບ, ຍີ່ປຸ່ນແລະ ຈີນ ມີຄວາມສົນໃຈທີ່ສຸດຕໍ່ການລົງທຶນເຂົ້າພາກພື້ນ, ພິເສດແມ່ນຕາໜ່າງໄຟຟ້າ ອາຊຽນ (APG). ທ່ານສະແດງຄວາມຫວັງວ່າ ບັນດາບ້ວງເງິນລົງທຶນໃໝ່ຈະນຳມາເຊິ່ງບັນດາໂອກາດເຮັດວຽກ ແລະ ດຳເນີນທຸລະກິດໃຫ້ທົ່ວພາກພື້ນ ອາຊຽນ, ພ້ອມທັງຢັ້ງຢືນບັນດາປະເທດສະມາຊິກ ອາຊຽນ ໄດ້ເຫັນດີເປັນເອກະພາບວ່າ APG ແມ່ນເສັ້ນທາງໃນພາຍພາກໜ້າໃຫ້ແກ່ ອາຊຽນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.