ຂ່າວເດັ່ນ

ວັດ​ບ້າຍ​ດິ້ງ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ ​ທີ່​ພົ້ນ​ເດັ່ນ “Travellers’ Choice Wards 2025”

ວັດ​ບ້າຍ​ດິ້ງ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ ​ທີ່​ພົ້ນ​ເດັ່ນ “Travellers’ Choice Wards 2025”

(VOVWORLD) - ວັນທີ 10 ສິງຫາ, ພະແນກການທ່ອງທ່ຽວແຂວງ ນິງບິ່ງ ໃຫ້ຮູ້ວ່າ ວັດບ້າຍດິ້ງ ແມ່ນສະຖານທີ່ທ່ອງທ່ຽວໜຶ່ງດຽວ ໃນບັນຊີລາຍຊື່ “Blue checkmark” ທີ່ໄດ້ຢັ້ງຢືນໃນ TripAdvisor.

ວັດບ້າຍດິ່ງ (ພາບ: TTXVN)

ຫວ່າງແລ້ວນີ້, ວັດບ້າຍດິ່ງ (ແຂວງນິງບິ່ງ) ມີຄວາມເປັນກຽດໂດຍ TripAdvisor - ພື້ນຖານການທ່ອງທ່ຽວທີ່ມີອິດທິພົນຊື່ສຽງແຖວໜ້າໂລກ ເຊີດຊູມອບລາງວັນ  “Travellers’ Choice - ສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນ ດ້ວຍ “Blue checkmark” ພິເສດ. ວັນທີ 10 ສິງຫາ, ພະແນກການທ່ອງທ່ຽວແຂວງ ນິງບິ່ງ ໃຫ້ຮູ້ວ່າ ວັດບ້າຍດິ້ງ ແມ່ນສະຖານທີ່ທ່ອງທ່ຽວໜຶ່ງດຽວ ໃນບັນຊີລາຍຊື່  “Blue checkmark” ທີ່ໄດ້ຢັ້ງຢືນໃນ TripAdvisor. ສິ່ງນີ້ບໍ່ພຽງແຕ່ສະແດງໃຫ້ເຫັນອິດທິພົນຊື່ສຽງທີ່ພົ້ນເດັ່ນຂອງວັດ ໃນສາຍຕາຂອງເພື່ອນມິດສາກົນເທົ່ານັ້ນ, ຫາກຍັງຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈເມື່ອ ແຂກທ່ອງທ່ຽວ ຊອກຫາຂໍ້ມູນອີກດ້ວຍ. ວັດບ້າຍດິ້ງ ຕັ້ງຢູ່ໃນເຂດປູຊະນີຍະສະຖານ ຈ່າງອານ, ເຂດມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ. ວັດບັນລຸໄດ້ລະດັບສະຖິຕິຫຼາຍຢ່າງຢູ່ອາຊີ ແລະ ຫວຽດນາມ ແຕ່ລະປີໄດ້ຕ້ອນຮັບແຂກທ່ອງທ່ຽວນັບລ້ານເທື່ອຄົນ, ພິເສດມີແຂກທ່ອງທ່ຽວມາທ່ຽວເປັນຈຳນວນຫຼວງຫຼາຍ ໃນໂອກາດບັນດາວັນບຸນຍາມຕົ້ນລະດູບານໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.