ຂ່າວເດັ່ນ

WHO ກ່າວ​ເຕືອນ​ໄວ​ຣັດ Chikungunya ​ມີ​ຄວາ​ມ​ສ່ຽງແຜ່​ລາມລະ​ດັບ​ສູງ

WHO ກ່າວ​ເຕືອນ​ໄວ​ຣັດ Chikungunya ​ມີ​ຄວາ​ມ​ສ່ຽງແຜ່​ລາມລະ​ດັບ​ສູງ

(VOVWORLD) - ວັນທີ 22 ກໍລະກົດ, ອົງການອະນາໄມໂລກ (WHO) ຮຽກຮ້ອງໃຫ້ມີການກະທຳໂດຍດ່ວນເພື່ອສະກັດກັ້ນກັບຄືນການແຜ່ລະບາດຂອງໄວຣັດ Chikungunya, ເມື່ອເກີດມີການລະບາດຮອບໃໝ່ຢູ່ບັນດາປະເທດ ອາຟະລິກາ ຢູ່ ມະຫາສະໝຸດອິນເດຍ ພວມແຜ່ລາມອອກສູ່ວົງກວ້າງ.

(ພາບປະກອບ: REUTERS/Josue Decavele)

WHO ກໍໃຫ້ຮູ້ວ່າ ປັດຈຸບັນ ຄາດວ່າມີ 5,9 ຕື້ ຄົນຢູ່ 119 ປະເທດ ມີຄວາມສ່ຽງຕິດໄວຣັດດັ່ງກ່າວ, ອາດຈະມີອາການເປັນໄຂ້ສູງ, ປວດຂໍ້ ແລະ ພິການແກ່ຍາວ. ໂລກລະບາດເມື່ອປີ 2004 -2005 ຂອງໄວຣັດດັ່ງກ່າວ ໄດ້ສົ່ງຜົນກະທົບເຖິງປະຊາຊົນເກືອບເຄິ່ງລ້ານຄົນ, ສ່ວນໃຫຍ່ແມ່ນຢູ່ບັນດາເຂດເກາະນ້ອຍ ກ່ອນທີ່ແຜ່ລາມອອກສູ່ທົ່ວໂລກ.

        ການແຜ່ລະບາດຂອງໄວຣັດ Chikungunya ໄດ້ເລີ່ມເກີດຂຶ້ນແຕ່ຕົ້ນປີ 2025 ດ້ວຍບັນດາບັ້ນແຜ່ລະບາດຄັ້ງໃຫຍ່ຢູ່ປະເທດອາຟະລິກາຢູ່ ມະຫາສະໝຸດອິນເດຍ. ຫຼັງຈາກນັ້ນ ໄດ້ແຜ່ລາມອອກສູ່ບັນດາປະເທດ ອາຟະລິກາ, ອິນເດຍ ແລະ ອາຊີຕາເວັນອອກສ່ຽງໃຕ້.

        ບັນດາປະເທດ ເອີຣົບ ກໍໄດ້ປະກົດມີກໍລະນີຕິດເຊື້ອພະຍາດຈາກພາຍນອກເຂົ້າທະວີບນີ້.

      

This site is protected by reCAPTCHA and the Google Privacy Policy and Terms of Service apply.