ຂ່າວເດັ່ນ

WHO ປະ​ກ​າດ ຫວຽດ​ນາມ ລົບ​ລ້າງ​ໂລກ​ຕາ​ຕຸ່ມຢ່າງ​ສຳ​ເລັດ

WHO ປະ​ກ​າດ ຫວຽດ​ນາມ ລົບ​ລ້າງ​ໂລກ​ຕາ​ຕຸ່ມຢ່າງ​ສຳ​ເລັດ

(VOVWORLD) - ວັນທີ 21 ຕຸລາ, ອົງການອະນາໄມໂລກ (WHO) ໄດ້ປະກາດວ່າ ຫວຽດນາມ ສາມາດລົບລ້າງໂລກຕາຕຸ່ມຢ່າງສຳເລັດ, ເປັນຂີດໝາຍສຳຄັນແກ່ສຸຂະພາບທົ່ວໂລກ.

 ໃນກອງປະຊຸມຄັ້ງທີ 75 ຂອງຄະນະກຳມະການພາກພື້ນ ປາຊີຟິກ ຕາເວັນຕົກ, ຢູ່ ຟີລິບປິນ, WHO ໄດ້ຢັ້ງຢືນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ; ຢັ້ງຢືນ ຫວຽດນາມ ໄດ້ປະຕິບັດບັນດາມາດຕະການຄວບຄຸມຢ່າງເຂັ້ມງວດ ແລະ ປິ່ນປົວໃຫ້ນັບໝື່ນຄົນໃນ 7 ທົດສະວັດຜ່ານມາ. ຕາມ WHO ແລ້ວ, ໂລກຕາຕຸ່ມແມ່ນບັນຫາສຸຂະພາບຊຸມຊົນຢູ່ 4 ແຂວງຂອງ ຫວຽດນາມ. WHO ໃຫ້ຮູ້ຕື່ມອີກວ່າ ເລື່ອງ ຫວຽດນາມ ສຸມໃສ່ຜ່າຕັດ, ໃຫ້ກິນຢາຕ້ານເຊື້ອ, ທຳຄວາມສະອາດ ແລະ ປົວແປງສະພາບແວດລ້ອມ ໄດ້ຊ່ວຍຊຸກຍູ້ການລົບລ້າງໂລກຕາຕຸ່ມ.

        ໂລກຕາຕຸ່ມ ແມ່ນພະຍາດກ່ຽວກັບຕາ ໂດຍເຊື້ອໄວຣັດ Chlamydia trachomatis, ເຊິ່ງເປັນສາຍເຫດຕິດແປດຕົ້ນຕໍ ເຮັດໃຫ້ຕາບອດໃນທົ່ວໂລກ. ພະຍາດນີ້ສາມາດຕິດແປດທາງກົງ ຫຼື ທາງອ້ອມ, ພິເສດແມ່ນເດັກນ້ອຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.