ຂ່າວເດັ່ນ

ວິ​ສາ​ຫະ​ກິດ ຫວຽດ​ນາມ “ພິ​ຊິດ” ຕະຫຼາດ​ແບນ​ຊິກ

ວິ​ສາ​ຫະ​ກິດ ຫວຽດ​ນາມ “ພິ​ຊິດ” ຕະຫຼາດ​ແບນ​ຊິກ

(VOVWORLD) - ບໍ່ພຽງແຕ່ວິສາຫະກິດ ຫວຽດນາມ ພວມມານະພະຍາຍາມພິຊິດຕະຫຼາດ ແບນຊິກ ແລະ ເອີຣົບ ເທົ່ານັ້ນ, ຫາກຍັງມີວິສາຫະກິດ ແບນຊິກ ນັບມື້ນັບຫຼາຍກໍຮອງຮັບວ່າ ຫວຽດນາມ ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ໝັ້ນໝາຍຈະນຳມາເຊິ່ງກາລະໂອກາດອັນດູດດື່ມຫຼາຍຢ່າງ.

ບັນຍາກາດການໂອ້ລົມສົນທະນາ (ພາບ: TTXVN)

ໃນສະພາບສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ພວມໄດ້ຮັບການເສີມຂະຫຍາຍປະສິດທິຜົນຢ່າງແຮງ, ສະມາຄົມວິສາຫະກິດໜຸ່ມ ຫວຽດນາມ ຢູ່ລາຊະອານາຈັກ ແບນຊິກ (VBAB) ແລະ ສະຫະພັນ ຫວຽດ - ແບນຊິກ (BVA) ໄດ້ຈັດການໂອ້ລົມສົນທະນາເຊື່ອມຕໍ່ວິສາຫະກິດ ຫວຽດນາມ ແລະ ແບນຊິກ ຢູ່ ແບນຊິກ ສຳເລັດຢ່າງຈົບງາມ.

        ໃນການໂອ້ລົມສົນທະນາ, ບັນດາວິສາຫະກິດ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ, ຫົວຄິດປະດິດສ້າງ ແລະ ຄວາມຄາດຫວັງບືນຕົວຂຶ້ນສູ່ລະດັບສາກົນ. ທ່ານປະທານ VBAB ຫງວຽນແທັ່ງວິງ ໃຫ້ຮູ້ວ່າ:

        “ການໂອ້ລົມສົນທະນາແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຮັບຟັງການແບ່ງປັນຂອງນັກຊ່ຽວຊານ ກ່ຽວກັບຄວາມມານະພະຍາຍາມຂອງລັດໃນການເຈລະຈາເພື່ອບັນລຸໄດ້ຄວາມກ້າວໜ້າກວ່າ ໃນບັນດາສັນຍາການຄ້າທີ່ມີປະໂຫຍດໃຫ້ແກ່ບັນດາວິສາຫະກິດສົ່ງອອກ ຫວຽດນາມ”.

        ບໍ່ພຽງແຕ່ວິສາຫະກິດ ຫວຽດນາມ ພວມມານະພະຍາຍາມພິຊິດຕະຫຼາດ ແບນຊິກ ແລະ ເອີຣົບ ເທົ່ານັ້ນ, ຫາກຍັງມີວິສາຫະກິດ ແບນຊິກ ນັບມື້ນັບຫຼາຍກໍຮອງຮັບວ່າ ຫວຽດນາມ ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ໝັ້ນໝາຍຈະນຳມາເຊິ່ງກາລະໂອກາດອັນດູດດື່ມຫຼາຍຢ່າງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.