ຂ່າວເດັ່ນ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

(VOVWORLD) - ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

ຄະນະການນຳ, ວິສາຫະກິດ ຫວຽດນາມ ແລະ ຄະນະຈັດຕັ້ງ IndiaSoft (ພາບ: TTXVN)

ເຂົ້າຮ່ວມເຫດການ, ຄະນະ ຫວຽດນາມ ລວມມີຜູ້ຕາງໜ້າສະຫະສະມາຄົມວິສາຫະກິດ ເອເລັກໂຕນິກ ຫວຽດນາມ (VEIA), ສະຫະສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ພ້ອມດ້ວຍວິສາຫະກິດປະມານ 30 ແຫ່ງທີ່ເຄື່ອນໄຫວໃນບັນດາຂົງເຂດຊອບແວ, ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ, ເອເລັກໂຕນິກ ແລະ ຫັນເປັນດີຈີຕອນ.

        ນະທີ່ນີ້, ຄະນະວິສາຫະກິດ ຫວຽດນາມ ແລະ ຄະນະຈັດຕັ້ງ IndiaSoft ໄດ້ແລກປ່ຽນການກຳນົດທິດທາງການຮ່ວມມືໃນຂົງເຂດໄຟຟ້າ, ເອເລັກໂຕນິກ ແລະ ເຕັກໂນໂລຢີດີຈີຕອນ, ສຸມໃສ່: ການພັດທະນາລະບົບສະໜອງເອເລັກໂຕນິກ; ການຮ່ວມມືປະກອບຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ; ຖ່າຍທອດເຕັກໂນໂລຢີ ແລະ ນະວັດຕະກຳ; ຊຸກຍູ້ການເຊື່ອມຕໍ່ວິສາຫະກິດສອງປະເທດ.

        ພ້ອມດຽວກັນນັ້ນ, ຄະນະວິສາຫະກິດ ຫວຽດນາມ ກໍໄດ້ເຂົ້າຮ່ວມງານວາງສະແດງ ອິນເດຍ ລວມສູນ (Convergence India) 2026. ນີ້ແມ່ນໜຶ່ງໃນບັນດາເຫດການເຕັກໂນໂລຢີໃຫຍ່ໃນພາກພື້ນ, ດຶງດູດການເຂົ້າຮ່ວມຂອງແຂກເກືອບ 55.000 ເທື່ອຄົນ, ວິສາຫະກິດ 1.000 ແຫ່ງ ທີ່ມາຈາກ 26 ປະເທດ.

      


This site is protected by reCAPTCHA and the Google Privacy Policy and Terms of Service apply.