ຂ່າວເດັ່ນ

ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ຄວາມ​ເປັນ​ຈິງ ແລະ ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ​ໃນ​ສັງ​ກາດ​ດີ​ຈີ​ຕອນ

ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ຄວາມ​ເປັນ​ຈິງ ແລະ ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ​ໃນ​ສັງ​ກາດ​ດີ​ຈີ​ຕອນ

(VOVWORLD) - ເລື່ອງທຳນອງ ແລະ ການປະສານສຽງທັງໝົດຂອງບົດເພງກ່ຽວກັບວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍ AI ປະຕິບັດໃນເວລາສັ້ນໆນັ້ນ ໄດ້ສະແດງໃຫ້ເຫັນກຳລັງບົ່ມຊ້ອນໃນການໝູນໃຊ້ເຕັກໂນໂລຢີເຂົ້າໃນການປະດິດຄິດສ້າງເນື້ອໃນ.

ທ່ານ ປອ. ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (ຜູ້ຢູ່ໃຈກາງ) ແລະ ທ່ານ Jonathan Baker, ຫົວໜ້າຜູ້ຕາງໜ້າ ອົງການ UNESCO ປະຈຳ ຫວຽດນາມ ໃນລາຍການໂອ້ລົມສົນທະນາ (ພາບ:VOV)

ຈາກສະພາບຕົວຈິງດັ່ງກ່າວ, ບັນຫາວາງອອກແມ່ນການໝູນໃຊ້ປັນຍາປະດິດຄືແນວໃດເພື່ອເສີມຂະຫຍາຍປະສິດທິຜົນ, ພ້ອມທັງຮັບປະກັນບັນດາຄຸນຄ່າແກ່ນສານຂອງສື່ມວນຊົນ. ເນື້ອໃນນີ້ໄດ້ຍົກມາແລກປ່ຽນໃນລາຍການໂອ້ລົມສົນທະນາພາຍໃຕ້ຫົວຂໍ້ “ການກະຈາຍສຽງ ແລະ ປັນຍາປະດິດ” ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ ເນື່ອງໃນວັນກະຈາຍສຽງໂລກ (ວັນທີ 13 ກຸມພາ). ເຂົ້າຮ່ວມລາຍການໂອ້ລົມສົນທະນາມີທ່ານ ປອ. ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV); ທ່ານ Jonathan Baker, ຫົວໜ້າຜູ້ຕາງໜ້າ ອົງການ UNESCO ປະຈຳ ຫວຽດນາມ; ທ່ານ Andrew Davis ຫົວໜ້າພາກສ່ວນກະຈາຍສຽງຂອງສະຫະສະມາຄົມກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU). ລາຍການໄດ້ຮັບການເຊື່ອມຕໍ່ໂດຍກົງຈາກ ມາເລເຊຍ. ກ່າວຄຳເຫັນທີ່ລາຍການ, ທ່ານ ປອ. ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ເນັ້ນໜັກວ່າ:

        “ເຖິງວ່າເຕັກໂນໂລຢີມີການພັດທະນາຮອດລະດັບໃດ, ເຖິງວ່າ AI ສາມາດລອກແບບສຽງເວົ້າທີ່ມ່ວນຂະໜາດໃດກໍຕາມ ກໍມີສອງຄຸນຄ່າແກ່ນສານ ແລະ ສີສັນເປັນເອກະລັກສະເພາະຂອງກະຈາຍສຽງ ທີ່ພວກເຮົາຕ້ອງປົກປ້ອງດ້ວຍທຸກວິທີທາງ, ນັ້ນແມ່ນຄວາມເປັນຈິງ ແລະ ລັກສະນະວັດທະນະທຳມະນຸດ. ຄວາມເປັນຈິງແມ່ນຊີວິດອິນຊີຂອງສື່ມວນຊົນປະຕິວັດ. ສຽງເວົ້າຂອງ VOV ຈະແມ່ນສຽງເວົ້າແຫ່ງມະໂນທຳ, ຄວາມຄາດຫວັງສັນຕິພາບ ແລະ ບັນດາຈິດໃຈເມດຕາປານີ ຫວຽດນາມຕະຫຼອດໄປ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.