ຂ່າວເດັ່ນ

ວິ​ວັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນຈະ​ຢຸດ​ຕິໄວ້​ຊົ່ວ​ຄາວ

ວິ​ວັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນຈະ​ຢຸດ​ຕິໄວ້​ຊົ່ວ​ຄາວ

(VOVWORLD) - ພາຍຫຼັງບັນດາຝ່າຍເຫັນດີເປັນເອກະພາບແຜນການໄດ້, ພິເສດແມ່ນຝ່າຍ ອາເມລິກາ, ບັນດາການເຈລະຈາຈະໄດ້ເລີ່ມຕົ້ນຄືນໃໝ່.

ວັນທີ 19 ມີນາ, ວັງ Kremlin ໃຫ້ຮູ້ວ່າວິວັດການເຈລະຈາສາມຝ່າຍກ່ຽວກັບການແກ້ໄຂການປະທະກັນຢູ່ຢູແກຼນ ປັດຈຸບັນພວມຖືກຢຸດຕິໄວ້ຊົ່ວຄາວ ຍ້ອນບັນດາປັດໄຈພາວະວິໄສກ່ຽວກັບສະພາບການສາກົນ ແລະ ສິ່ງນີ້ບໍ່ໝາຍຄວາມວ່າ ວິວັດການຢຸດສະຫງັກນີ້ຈະແກ່ຍາວ. ພາຍຫຼັງບັນດາຝ່າຍເຫັນດີເປັນເອກະພາບແຜນການໄດ້, ພິເສດແມ່ນຝ່າຍອາເມລິກາ, ບັນດາການເຈລະຈາຈະໄດ້ເລີ່ມຕົ້ນຄືນໃໝ່. ຝ່າຍລັດເຊຍຫວັງວ່າການເຈລະຈາຈະສືບຕໍ່ໄດ້ເຊື່ອມຕໍ່ຄືນໃໝ່ໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະ ປະເທດນີ້ຍັງຮັກສາບັນດາຊ່ອງທາງຕິດຕໍພົວພັນກັບບັນດາຝ່າຍທີ່ກ່ຽວຂ້ອງ. ກ່ອນໜ້ານັ້ນ, ວັນທີ 18 ມີນາ, ໃນສື່ສັງຄົມອອນໄລ X, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າເລື່ອງບັນລຸໄດ້ສັນຕິວິທີໃຫ້ແກ່ການການປະທະກັນນີ້ຍັງມີຫຼາຍແຫ່ງຫວັງ. ການນຳ ຢູແກຼນ ຢັ້ງຢືນວ່າ ປະເທດນີ້ ຍັງເດີນຕາມເສັ້ນທາງການທູດ ແລະ ຮຽກຮ້ອງໃຫ້ບັນດາຝ່າຍສືບຕໍ່ຊອກຫາບັນດາວິທີການເພື່ອແນໃສ່ຢຸດຕິການປະທະກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.