ຂ່າວເດັ່ນ

ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ເພື່ອ​ໄປ​ສູ່​ສັນ​ຕິ​ພາບ​ລະ​ຫວ່າງ​ ລັດ​ເຊຍ ແລະ ຢູ​ແກຼນ ຕ້ອງ​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ລະ​ມັດ​ລະ​ວັງ

ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ເພື່ອ​ໄປ​ສູ່​ສັນ​ຕິ​ພາບ​ລະ​ຫວ່າງ​ ລັດ​ເຊຍ ແລະ ຢູ​ແກຼນ ຕ້ອງ​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ລະ​ມັດ​ລະ​ວັງ

(VOVWORLD) - ກະຊວງການຕ່າງປະເທດ ລັດເຊຍ ພ້ອມດ້ວຍທ່ານ Vladimir Medinsky ຜູ້ຊ່ວຍວຽກທ່ານປະທານາທິບໍດີ ລັດເຊຍ ຈະຮັບຜິດຊອບບັນດາການເຈລະຈາທີ່ກ່ຽວຂ້ອງເຖິງວິວັດທະນາການແກ້ໄຂບັນດາ ຢູແກຼນ.

ວັນທີ 27 ພະຈິກ, ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ  ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ລັດເຊຍ ພ້ອມດ້ວຍທ່ານ Vladimir Medinsky ຜູ້ຊ່ວຍວຽກທ່ານປະທານາທິບໍດີ ລັດເຊຍ ຈະຮັບຜິດຊອບບັນດາການເຈລະຈາທີ່ກ່ຽວຂ້ອງເຖິງວິວັດທະນາການແກ້ໄຂບັນດາ ຢູແກຼນ.

        ຕາມທ່ານ  Vladimir Putin ແລ້ວ, ວິວັດທະນາການເຈລະຈາຕ້ອງໄດ້ຮັບການຜັນຂະຫຍາຍຢ່າງລະມັດລະວັງ, ມີການກະກຽມຢ່າງລອບຮອບທຖີ່ຖ້ວນ, ເພື່ອແນໃສ່ເປັນເອກະພາບເຮັດແຈ້ງທຸກເນື້ອໃນ ແລະ ຮັບປະກັນໃຫ້ເອກະສານໄດ້ຮັບການຮຽບຮຽງ ຢ່າງເຂັ້ມງວດ. ທ່ານເນັ້ນໜັກວ່າ ນີ້ແມ່ນຄຳຮຽກຮ້ອງທີ່ສຳຄັນເພື່ອສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ບັນດາບາດກ້າວຕໍ່ໄປໃນຄວາມມານະພະຍາຍາມຊອກຫາມາດຕະການສັນຕິພາບໃຫ້ແກ່ບັນຫາຢູແກຼນ. ທ່ານ Putin ຢັ້ງຢືນວ່າ: ທັດສະນະຫຼັກໆຂອງ ລັດເຊຍ ແມ່ນຮັບຮອງວ່າ ບັນດາເຂດດິນແດນໃໝ່ສອດຄ່ອງກັບກົດໝາຍ. ລັດເຊຍ ຈະບໍ່ຍອມຮັບບໍ່ວ່າລະບຽບຂໍ້ກຳນົດ “ຕົວຈິງ” ໃດໆທັງນັ້ນ.

ທູຮ່າ - ນັກຂ່າວ VOV ປະຈຳ ລັດເຊຍ

This site is protected by reCAPTCHA and the Google Privacy Policy and Terms of Service apply.