ຂ່າວເດັ່ນ

ວິທະຍຸກະຈາຍສຽງ ຫວຽດນາມ ຈັດລາຍການສິລະປະການເມືອງພິເສດ “ໄຊຊະນະອະມະຕະ”

ວິທະຍຸກະຈາຍສຽງ ຫວຽດນາມ ຈັດລາຍການສິລະປະການເມືອງພິເສດ “ໄຊຊະນະອະມະຕະ”

(VOVWORLD) - ລາຍການແມ່ນໂອກາດເພື່ອໃຫ້ບັນດາຕົວພະຍານຫຼັກຖານປະຫວັດສາດ, ອະດີດນັກຮົບ, ນັກວັນນະຄະດີສິລະປິນ, ນັກຂ່າວອາວຸໂສທີ່ເຄີຍເຫັນປະຈັກຕາ ຫຼື ເຂົ້າຮ່ວມຈຸດເວລາວັນທີ 30 ເມສາ 1975, ມີໂອກາດແບ່ງປັນຄວາມຊົງຈຳ

(“ໄຊຊະນະອະມະຕະ” ແມ່ນຈຸດພົ້ນເດັ່ນໃນບັນດາເຫດການທີ່ວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ)

        “ໄຊຊະນະອະມະຕະ” ແມ່ນຈຸດພົ້ນເດັ່ນໃນບັນດາເຫດການທີ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1945 – 30 ເມສາ 2025), ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (07 ກັນຍາ 1945 – 07 ກັນຍາ 2025).

        ລາຍການແມ່ນໂອກາດເພື່ອໃຫ້ບັນດາຕົວພະຍານຫຼັກຖານປະຫວັດສາດ, ອະດີດນັກຮົບ, ນັກວັນນະຄະດີສິລະປິນ, ນັກຂ່າວອາວຸໂສທີ່ເຄີຍເຫັນປະຈັກຕາ ຫຼື ເຂົ້າຮ່ວມຈຸດເວລາວັນທີ 30 ເມສາ 1975, ມີໂອກາດແບ່ງປັນຄວາມຊົງຈຳຜ່ານບັນດາບົດສາລະຄະດີ, ຊ່ວຍໃຫ້ຜູ້ຊົມມີຄວາມເຂົ້າໃຈຄຸນຄ່າຂອງສັນຕິພາບ, ເອກະລາດ, ເສລີພາບ. ທ່ານ ໂງທ້ຽວຟອງ, ຫົວໜ້າບັນນາທິການໃຫຍ່ໜັງສືພິມເອເລັກໂຕນິກ VOV, ໃຫ້ຮູ້ວ່າ:

        “ໃນລາຍການ “ໄຊຊະນະອະມະຕະ”, ພວກຂ້າພະເຈົ້າຢາກສ້າງບັນຍາກາດຂອງວັນທີ 30 ເມສາ 1975 ຢູ່ VOV ຄືນໃໝ່, ພິເສດແມ່ນຢູ່ຫ້ອງອັດສຽງກັບໂຄສົກ, ບັນດາຜູ້ທຳອິດອ່ານຂ່າວກ່ຽວກັບໄຊຊະນະວັນທີ 30 ເມສາ 1975. ບັນດາຜູ້ທຳອິດໄດ້ຮັບແຫຼ່ງຂ່າວ, ບັນດາຜູ້ມີກຽດໄດ້ນຳເອົາຂໍ້ມູນຂອງຕົນມາສູ່ມະຫາຊົນ, ໃຫ້ແກ່ພໍ່ແມ່ປະຊາຊົນໃນທົ່ວປະເທດ ແລະ ໃນໂລກ, ແຈ້ງເຫດການທີ່ຍິ່ງໃຫຍ່ຂອງຊາດ ແມ່ນ “ຫວຽດນາມ ໄດ້ທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.