ຂ່າວເດັ່ນ

ວິທະຍຸກະຈາຍສຽງ ຫວຽດນາມ ຍຸ້ແຮງການຮ່ວມມືກັບວິທະຍຸກະຈາຍສຽງແຫ່ງຊາດລາວ

ວິທະຍຸກະຈາຍສຽງ ຫວຽດນາມ ຍຸ້ແຮງການຮ່ວມມືກັບວິທະຍຸກະຈາຍສຽງແຫ່ງຊາດລາວ

(VOVWORLD) - ຕອນເຊົ້າວັນທີ 20 ພະຈິກ ຢູ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນການພົບປະເຈລະຈາລະຫວ່າງຄະນະຜູ້ແທນ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ຄະນະຜູ້ແທນວິທະຍຸກະຈາຍສຽງແຫ່ງຊາດລາວ.

 ທ່ານ ຫງວຽນເທ໋ກີ້ ແລະ ທ່ານ ບໍແສງຄຳ ວົງດາລາ

 ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 18 – 21 ພະຈິກ ຂອງຄະນະຜູ້ແທນ VOV ໂດຍທ່ານ ຫງວຽນເທ໋ກິ້, ຜູ້ອຳນວຍການໃຫຍ່ VOV ເປັນຫົວໜ້າຄະນະ. ເຂົ້າຮ່ວມການພົບປະເຈລະຈາກໍ່ຍັງມີ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ບໍແສງຄຳ ວົງດາລາ, ທ່ານອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ຫງວຽນແທງຕູ່ງ. ການນຳ ວິທະຍຸທັງສອງ ໄດ້ພ້ອມກັນທົບທວນຄືນໝາກຜົນການຮ່ວມມືໃນໄລຍະທີ່ຜ່ານມາ ຕາມເນື້ອໃນຈິດໃຈບົດບັນທຶກຂໍ້ຕົກລົງຮ່ວມມືໄລຍະ 2015 – 2018. ຕາມນັ້ນແລ້ວ, 2 ຝ່າຍໄດ້ປະຕິບັດບັນດາມາດຕາໃນຂໍ້ຕົກລົງຮ່ວມມືເປັນຢ່າງດີ. ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກິ້ ຢືນຢັນວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊ່ວຍບຳລຸງສ້າງພະນັກງານຄຸ້ມຄອງ, ນັກຂ່າວ, ນັກເຕັກນິກ ໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ໃນໄລຍະທີ່ຈະມາເຖິງ. ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນ VOV ໄດ້ໄປຢ້ຽມຢາມ ວິທະຍຸກະຈາຍສຽງແຫ່ງຊາດ ລາວ, ຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ລາວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.