ຂ່າວເດັ່ນ

ຮ່ວມສຳພັນ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ OCOP

ຮ່ວມສຳພັນ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ OCOP

(VOVWORLD) - ບັນດາການເຄື່ອນໄຫວທີ່ແທດຈິງໄດ້ຈັດຂຶ້ນ ລວມມີ: ກອງປະຊຸມເຊື່ອມຕໍ່ການແລກປ່ຽນຄ້າຂາຍຜະລິດຕະພັນ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ງານແຂ່ງຂັນຜະລິດຕະພັນ OCOP ດີເດັ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້...

ພິທີອັດເວທີປາໄສ (ພາບ: VOV)

ຕອນຄ່ຳວັນທີ 28 ກັນຍາ, ຢູ່ແຂວງ ອານຢາງ, ເວທີປາໄສ OCOP (ໂຄງການໜຶ່ງຕາແສງ, ໜຶ່ງຜະລິດຕະພັນ) ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ປີ 2025 ດ້ວຍຫົວຂໍ້ “ຮ່ວມສຳພັນເພື່ອພ້ອມກັນພັດທະນາ” ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມສົມທົບກັບຄະນະກຳມະການປະຊາຊົນແຂວງ ອານຢາງ ຈັດຂຶ້ນໄດ້ອັດລົງ.

ບັນດາການເຄື່ອນໄຫວທີ່ແທດຈິງໄດ້ຈັດຂຶ້ນ ລວມມີ: ກອງປະຊຸມເຊື່ອມຕໍ່ການແລກປ່ຽນຄ້າຂາຍຜະລິດຕະພັນ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ງານແຂ່ງຂັນຜະລິດຕະພັນ OCOP ດີເດັ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ເຂດວາງສະແດງຜະລິດຕະພັນ OCOP ດີເດັ່ນຂອງ ຫວຽດນາມ ແນະນຳບັນດາຜະລິດຕະພັນ OCOP ດີເດັ່ນໃນທົ່ວປະເທດ, ສົມທົບກັນຈັດງານວາງສະແດງ, ການສະແດງກ່ຽວກັບອາຊີບ, ສະຖານທີ່ check-in, ຖ່າຍຮູບເປັນທີ່ລະນຶກ…

ປີນີ້ເວທີປາໄສມີການເຂົ້າຮ່ວມຂອງຮ້ານວາງສະແດງ 226 ແຫ່ງ ດ້ວຍຜະລິດຕະພັນ OCOP ປະມານ 5.400 ຢ່າງ, ພິເສດເຫດການໄດ້ຕ້ອນຮັບແຂກເຂົ້າຮ່ວມ, ຊື້ເຄື່ອງຂອງກ່ວາ 10.000 ເທື່ອຄົນ. ຜ່ານນັ້ນ, ບັນດາຜະລິດຕະພັນ OCOP ກໍ່ໄດ້ຮັບການແນະນຳ, ໂຄສະນາໄປເຖິງຜູ້ບໍລິໂພກທັງຢູ່ພາຍໃນ ແລະ ຕ່າງປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.