ຂ່າວເດັ່ນ

ວັນ​ບຸນ ວັດ​ທະ​ນະ​ທຳຊົນ​ເຜົ່າ​ຈຳ ຄັ້ງ​ທີ VI ປີ 2025 ຈະ​ດຳ​ເນີນ​ຢູ່​ແຂວງ ແຄ້ງ​ຮ​ວ່າ​ແຕ່​ວັນ​ທີ 17 – 19 ຕຸ​ລາ

ວັນ​ບຸນ ວັດ​ທະ​ນະ​ທຳຊົນ​ເຜົ່າ​ຈຳ ຄັ້ງ​ທີ VI ປີ 2025 ຈະ​ດຳ​ເນີນ​ຢູ່​ແຂວງ ແຄ້ງ​ຮ​ວ່າ​ແຕ່​ວັນ​ທີ 17 – 19 ຕຸ​ລາ

(VOVWORLD) - ໃນຂອບເຂດ ວັນບຸນ ຈະດຳເນີນຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຄື: ລາຍການສະແດງສິລະປະມວນຊົນ, ລາຍການສະແດງບັນດາທຳນອງພື້ນເມືອງ, ການຟ້ອນ, ດົນຕີ, ເສບເຄື່ອງດົນຕີພື້ນເມືອງເຜົ່າຈຳ ຂອງທ້ອງຖິ່ນ, ລາຍການສະແດງຊຸດອາພອນເຜົ່າຈຳ…

ການຟ້ອນວີຂອງຊົນເຜົ່າຈຳ (ພາບ: VOV5)

ວັນບຸນວັດທະນະທຳ ຊົນເຜົ່າຈຳຄັ້ງທີ VI ປີ 2025 ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າຈຳ ໃນສັງກາດໃໝ່” ຈະດຳເນີນຢູ່ແຄ້ງຮ່ວາ ແຕ່ວັນທີ 17 – 19 ຕຸລາ. ວັນບຸນມີການເຂົ້າຮ່ວມຂອງ 6 ແຂວງ, ນະຄອນລວມມີ: ແຄ້ງຮ່ວາ, ຢາລາຍ, ດັກລັກ, ເລິມດົ່ງ, ອານຢາງ ແລະ ນະຄອນ ໂຮ່ຈີມິນ.

ໃນຂອບເຂດ ວັນບຸນ ຈະດຳເນີນຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຄື: ລາຍການສະແດງສິລະປະມວນຊົນ, ລາຍການສະແດງບັນດາທຳນອງພື້ນເມືອງ, ການຟ້ອນ, ດົນຕີ, ເສບເຄື່ອງດົນຕີພື້ນເມືອງເຜົ່າຈຳ ຂອງທ້ອງຖິ່ນ, ລາຍການສະແດງຊຸດອາພອນເຜົ່າຈຳ…ເນື່ອງໃນໂອກາດນີ້, ແຄ້ງຮ່ວາກໍ່ຈັດຕັ້ງຫຼາຍການເຄື່ອນໄຫວຄື, ກອງປະຊຸມສຳມະນາເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຊົນເຜົ່າຈຳໃນການພັດທະນາການທ່ອງທ່ຽວ, ການແຂ່ງຂັນສະແດງທັກສະການທ່ອງທ່ຽວປະຊາຄົມ, ບັນດາການເຄື່ອນໄຫວກິລາ ແລະ ການລະຫຼິ້ນພື້ນເມືອງຂອງຊົນເຜົ່າຈຳ…

ວັນບຸນແມ່ນເພື່ອແນໃສ່ເພີ່ມທະວີການໂຄສະນາພາບພົດປະເທດ ຫວຽດນາມທີ່ເຂັ້ມຂຸ້ມໄປດ້ວຍສີສັນວັດທະນະທຳ, ມີຄວາມເປັນເອກະພາບ ແລະ ຄວາມກົມກຽວລະຫວ່າງບັນດາເຜົ່າ, ສະແດງໃຫ້ເຫັນຄວາມເອົາໃຈຂອງພັກ, ລັດ ທີ່ມີຕໍ່ວຽກງານອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງພໍ່ແມ່ປະຊາຊົນເຜົ່າຈຳ, ພ້ອມທັງຍົກສູງຄວາມຮັບຮູ້, ສະຕິຄວາມຮັບຜິດຊອບໃນວຽກງານກໍ່ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາແບບຍືນຍົງຂອງປະເທດຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.