ຂ່າວເດັ່ນ

ວັນ​ໜ່ວຍ​ໂລກ ປີ 2025 ຮຽກ​ຮ້ອງການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ວັນ​ໜ່ວຍ​ໂລກ ປີ 2025 ຮຽກ​ຮ້ອງການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ອົງການອະນາໄມໂລກ (WHO) ຄາດຄະເນວ່າ, ນັບແຕ່ປີ 2030 ຫາປີ 2050, ການປ່ຽນແປງຂອງດິນຟ້າອາກາດຈະເຮັດໃຫ້ມີຜູ້ເສຍຊີວິດປະມານ 250.000 ຄົນ ຕໍ່ປີ.

ວັນທີ 22 ເມສາ, ທົ່ວໂລກສະເຫຼີມສະຫຼອງວັນໜ່ວຍໂລກ. ເລີ່ມຕົ້ນສານສະເຫຼີມສະຫຼອງວັນໜ່ວຍໂລກ 2025, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກວ່າ ທາດພິດເຮືອນແກ້ວຈາກການນຳໃຊ້ເຊື້ອເພີງຟອກຊິວ ແມ່ນສາຍເຫດເຮັດໃຫ້ໜ່ວຍໂລກອຸ່ນຂຶ້ນ, ເກີດໄຟໄໝ້ປ່າ, ໄພນ້ຳຖ້ວມ ແລະ ແດດຮ້ອນຢ່າງຮ້າຍແຮງ, ທຳລາຍວິທີຫາເງິນລ້ຽງຊີບຂອງປະຊາຊົນ ແລະ ກໍ່ຜົນສະທ້ອນເຖິງຊີວິດອິນຊີຂອງປະຊາຊົນ

        ອົງການອະນາໄມໂລກ (WHO) ຄາດຄະເນວ່າ, ນັບແຕ່ປີ 2030 ຫາປີ 2050, ການປ່ຽນແປງຂອງດິນຟ້າອາກາດຈະເຮັດໃຫ້ມີຜູ້ເສຍຊີວິດປະມານ 250.000 ຄົນ ຕໍ່ປີ.

        ເນື່ອງໃນໂອກາດວັນໜ່ວຍໂລກ 2025, ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ໂຮມປະຊຸມດ້ວຍການເຂົ້າຮ່ວມຂອງລະບົບ ສປຊ ແລະ ຫຼາຍຝ່າຍທີ່ກ່ຽວຂ້ອງຄື ບັນດານັກຊ່ຽວຊານເອກະລາດ, ສະຖາບັນຄົ້ນຄວ້າ. ຄາດວ່າ, ກອງປະຊຸມຈະມີການເຂົ້າຮ່ວມຂອງປະຊາຊົນປະຈຳຖິ່ນ ແລະ ປະຊາຄົມທ້ອງຖິ່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.