ຂ່າວເດັ່ນ

ວັງ Kremlin: ລັດ​ເຊຍ ແລະ ອາ​ເມ​ລິ​ກາ ພວມ​ຟື້ນ​ຟູ​ການ​ພົວ​ພັນ​ສອງ​ຝ່າຍ

ວັງ Kremlin: ລັດ​ເຊຍ ແລະ ອາ​ເມ​ລິ​ກາ ພວມ​ຟື້ນ​ຟູ​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) - ການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ແມ່ນບາດກ້າວສຳຄັນ, ກຳນົດທິດວິວັດການຟື້ນຟູການພົວພັນສອງຝ່າຍ.

ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: TASS)

ວັນທີ 17 ມີນາ, ວັງ Kremlin ໄດ້ຢັ້ງຢືນທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump ໃນວັນທີ 18 ມີນາ. ທ່ານ Dmitry Peskov ໂຄສົກວັງ Kremlin  ໄດ້ຢັ້ງຢືນແຜນການນີ້ຕໍ່ວົງການນັກຂ່າວ ແຕ່ບໍ່ສະໜອງຂໍ້ມູນລະອຽດຕື່ມອີກ. ແລະກໍໃນການຖະແຫຼງຂ່າວ, ທ່ານ Dmitry Peskov ໃຫ້ຮູ້ວ່າ ລັດເຊຍ ແລະ ອາເມລິກາ ພວມຢູ່ໃນວິວັດການຟື້ນຟູການພົວພັນສອງຝ່າຍ ແລະ ສ້າງບັນດາກົນໄກເຈລະຈາຢູ່ຫຼາຍລະດັບທີ່ແຕກຕ່າງກັນຄືນໃໝ່. ການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ແມ່ນບາດກ້າວສຳຄັນ, ກຳນົດທິດວິວັດການຟື້ນຟູການພົວພັນສອງຝ່າຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.