ຂ່າວເດັ່ນ

ວັງ Kremlin: ຍັງ​ບໍ່​ມີ​ແຜນ​ການ​ປະ​ກາດ​ເງື່ອນ​ໄຂ​ຢຸດ​ຍິງ​ກັບ ຢູ​ແກຼນ

ວັງ Kremlin: ຍັງ​ບໍ່​ມີ​ແຜນ​ການ​ປະ​ກາດ​ເງື່ອນ​ໄຂ​ຢຸດ​ຍິງ​ກັບ ຢູ​ແກຼນ

(VOVWORLD) - ປັດຈຸບັນ ຍັງບໍ່ທັນມີແຜນການປະກາດບັນດາເງື່ອນໄຂ ເຊິ່ງ ລັດເຊຍ ໄດ້ຍົກອອກມາໃນຂອບເຂດຂໍ້ຕົກລົງຢຸດຍິງກັບ ຢູແກຼນ, ກໍຄື ຍັງບໍ່ທັນຢັ້ງຢືນວ່າ ບັນດາເງື່ອນໄຂນີ້ ຈະໄດ້ນຳເຂົ້າຮ່າງບົດບັນທຶກຊ່ວຍຈຳໂດຍ ມົດສະກູ ຮຽບຮຽງຫຼືບໍ່.

ທ່ານ Dmitry Peskov ໂຄສົກວັງ Kremlin (ພາບເອກະສານ:Alexander Zemlianichenko/Pool via  Reuters)

ເມື່ອກ່າວຄຳເຫັນໃນວັນທີ 29 ພຶດສະພາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ປັດຈຸບັນ ຍັງບໍ່ທັນມີແຜນການປະກາດບັນດາເງື່ອນໄຂ ເຊິ່ງ ລັດເຊຍ ໄດ້ຍົກອອກມາໃນຂອບເຂດຂໍ້ຕົກລົງຢຸດຍິງກັບ ຢູແກຼນ, ກໍຄື ຍັງບໍ່ທັນຢັ້ງຢືນວ່າ ບັນດາເງື່ອນໄຂນີ້ ຈະໄດ້ນຳເຂົ້າຮ່າງບົດບັນທຶກຊ່ວຍຈຳໂດຍ ມົດສະກູ ຮຽບຮຽງຫຼືບໍ່. ທ່ານ Peskov ກໍບອກວ່າ ຝ່າຍ ລັດເຊຍ ຈະບໍ່ເປີດເຜີຍເນື້ອໃນບັນດາຮ່າງເອກະສານ ເຊິ່ງບັນດາຝ່າຍຄາດວ່າຈະແລກປ່ຽນ, ພ້ອມທັງອະທິບາຍບັນດາການເຈລະຈາຕ້ອງດຳເນີນຕາມຮູບແບບການປະຊຸມປິດລັບ.

ນອກຈາກນັ້ນ, ວັງ Kremlin ກໍ່ໃຫ້ຮູ້ວ່າ ປັດຈຸບັນ ຍັງບໍ່ທັນມີແຜນການໃດເພື່ອດຳເນີນການະເຈລະຈາທາງໂທລະສັບຮອບຕໍ່ໄປ ລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump.

This site is protected by reCAPTCHA and the Google Privacy Policy and Terms of Service apply.