ຂ່າວເດັ່ນ

ວັນຄອບຄົວ ອາຊຽນ ຢູ່ ໄທ ມີຄວາມຟົດຟື້ນມ່ວນຊື່ນ

ວັນຄອບຄົວ ອາຊຽນ ຢູ່ ໄທ ມີຄວາມຟົດຟື້ນມ່ວນຊື່ນ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ແຫ່ງວັນສ້າງຕັ້ງ ອາຊຽນ, ວັນທີ 06 ສິງຫາ ຢູ່ສະຖານທູດ ອິນໂດເນເຊຍ ປະຈຳ ບາງກອກ, ໄທ,

ວັນຄອບຄົວ ອາຊຽນ ຢູ່ ໄທ ມີຄວາມຟົດຟື້ນມ່ວນຊື່ນ 

ບັນດາສະຖານທູດຂອງ 10 ປະເທດສະມາຊິກ ອາຊຽນ ໄດ້ຈັດຕັ້ງງານບຸນ “ວັນຄອບຄົວ ອາຊຽນ”. ເລື່ອງຈັດຕັ້ງເຫດການນີ້ ໄດ້ຊ່ວຍ ອາຊຽນ ຍົກສູງນ້ຳໃຈສາມັກຄີ, ມິດຕະພາບ. ວັນຄອບຄົວ ອາຊຽນ ດຳເນີນໄປໃນບັນຍາກາດເບີກບານມ່ວນຊື່ນ, ຄວາມຮັກແພງກັນຂອງມະຫາຄອບຄົວໃຫຍ່ ອາຊຽນ ດ້ວຍບັນດາການເຄື່ອນໄຫວແຂ່ງຂັນກິລາຄື: ບານເຕະ, ປິງປ່ອງ, ຕີດອກປີກໄກ່, ແນະນຳວັດທະນະທຳ, ອາຫານ, ດົນຕີ. ໃນຂອບເຂດຂອງເຫດການ, ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ແນະນຳອາຫານພື້ນເມືອງຫລາຍເຍື່ອງຂອງ ຫວຽດນາມ ຄື: ຢໍ່ຈືນ, ແໜມເນືອງ, ເຟີກ້ວນ…ຊຶ່ງຮັບຄວາມນິຍົມບໍລິໂພກຈາກເພື່ອນມິດບັນດາປະເທດໃນພາກພື້ນ.

 ວັນຄອບຄົວ ອາຊຽນ ຢູ່ ໄທ ມີຄວາມຟົດຟື້ນມ່ວນຊື່ນ

This site is protected by reCAPTCHA and the Google Privacy Policy and Terms of Service apply.