ຂ່າວເດັ່ນ

ວັນຊາດ ຫວຽດນາມ: ຂົວເຊື່ອມຕໍ່ມິດຕະພາບລະຫວ່າງ ຫວຽດນາມ ແລະ ສະໂລວາກີ

ວັນຊາດ ຫວຽດນາມ: ຂົວເຊື່ອມຕໍ່ມິດຕະພາບລະຫວ່າງ ຫວຽດນາມ ແລະ ສະໂລວາກີ

(VOVWORLD) - ເຫດການໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າອຳນາດການປົກຄອງ ສະໂລວາກີ, ບັນດາຄະນະທຸຕານຸທູດ, ເພື່ອນມິດສາກົນ, ພ້ອມກັບປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສະໂລວາກີ

(ທ່ານລັດຖະມົນຕີກະຊວງການເງິນ ສະໂລວາກີ Ladislav Kamenicky ກ່າວຄຳເຫັນທີ່ພິທີ)

ວັນທີ 06 ກັນຍາ, ຢູ່ນະຄອນຫຼວງ Bratislava, ສະຖານທູດ ຫວຽດນາມ ປະຈຳ ສະໂລວາກີ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025) ແລະ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສະໂລວາກີ (1950 – 2025).

ເຫດການໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າອຳນາດການປົກຄອງ ສະໂລວາກີ, ບັນດາຄະນະທຸຕານຸທູດ, ເພື່ອນມິດສາກົນ, ພ້ອມກັບປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສະໂລວາກີ ເປັນຈຳນວນຫຼາຍ. ບັນດາຜູ້ແທນເຂົ້າຮ່ວມໄດ້ຫວນຄືນໄລຍະປະຫວັດສາດອັນສະຫງ່າອົງອາດຂອງຊາດ ຫວຽດນາມ, ຢືນຢັນຄວາມຕັດສິນໃຈປັບປຸງ ແລະ ເປີດກວ້າງການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສະໂລວາກີ. ທ່ານລັດຖະມົນຕີກະຊວງການເງິນ ສະໂລວາກີ Ladislav Kamenicky, ໃຫ້ຮູ້ວ່າ:

“ກ່ຽວກັບການພົວພັນລະຫວ່າງ 2 ປະເທດ, ຂ້າພະເຈົ້າເຫັນວ່າ 2 ປະເທດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື, ພິເສດແມ່ນການສຶກສາ. ມີນັກສຶກສາ ຫວຽດນາມ ຫຼາຍຄົນ ຈະມາຮ່ຳຮຽນ, ກໍຄືຜູ້ອອກແຮງງານ, ມາເຮັດວຽກຢູ່ ສະໂລວາກີ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.