ຂ່າວເດັ່ນ

“ວັນວັດທະນະທຳສິລະປະສາກົນຢູ່ ຮ່າໂນ້ຍ” ຈະຈັດຂຶ້ນ 2 ປີເທື່ອໜຶ່ງໃນເດືອນ ຕຸລາ

“ວັນວັດທະນະທຳສິລະປະສາກົນຢູ່ ຮ່າໂນ້ຍ” ຈະຈັດຂຶ້ນ 2 ປີເທື່ອໜຶ່ງໃນເດືອນ ຕຸລາ

(VOVWORLD) - “ວັນວັດທະນະທຳສິລະປະສາກົນຢູ່ ຮ່າໂນ້ຍ” ຈະໄດ້ຈັດຂຶ້ນ 2 ປີເທື່ອໜຶ່ງ ໃນມື້ທ້າຍອາທິດທີ່ໃກ້ກັບວັນທີ 10 ຕຸລາ - ວັນສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954).

 

ຕາມກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລ້ວ, ເຫດການໄດ້ຈັດຂຶ້ນເພື່ອສ້າງເຫດການທາງການທູດທີ່ມີຂອບຂະໜາດສາກົນ ເຊື່ອມຕໍ່ບັນດາປະເທດ; ຜ່ານນັ້ນ, ກໍ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນ; ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງ ຫວຽດນາມ ແລະ ປະຊາຄົມສາກົນ. ບັນດາການເຄື່ອນໄຫວ, ງານວາງສະແດງ, ກອງປະຊຸມສຳມະນາ, ງານຕະຫຼາດນັດ, ວັດທະນະທຳ - ທ່ອງທ່ຽວ, ເຕັກໂນໂລຊີ ບໍ່ພຽງແຕ່ໂຄສະນາກ່ຽວກັບປະເທດຊາດ ແລະ ຊາວ ຮ່າໂນ້ຍ ແຫ່ງອະລິຍາທຳນັບພັນປີ; ພາບພົດ ຫວຽດນາມ ເປີດອົກເປີດໃຈ, ເປັນມິດ, ມີວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບ ແລະ ເຄົາລົບຄວາມແຕກຕ່າງກັນເທົ່ານັ້ນ, ຫາກຍັງໂຄສະນາວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາປະເທດໃນໂລກໄປເຖິງປະຊາຊົນນະຄອນຫຼວງ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມ ອີກດ້ວຍ.

ເຫດການກໍ່ຈະມີຮູບແບບສະແດງອອກທີ່ເປັນຫຼາຍຮູບຫຼາຍແບບ, ເປັນເອກະລັກສະເພາະ, ມຸ່ງໄປເຖິງຜູ້ຊົມ ຄື: ລາຍການສະແດງສິລະປະ; ສະແດງແຟຊັນ; ຮ້ານວາງສະແດງ, ການລົງຈິງດ້ານວັດທະນະທຳ; ແນະນຳອາຫານການກິນຂອງ ຫວຽດນາມ ແລະ ສາກົນ…

This site is protected by reCAPTCHA and the Google Privacy Policy and Terms of Service apply.