ຂ່າວເດັ່ນ

ວຽກ​ງານ​ກະ​ກຽມ​ເລືອກ​ຕັ້ງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ, ມີ​ແບບ​ມີ​ແຜນ​ໂດຍ​ພື້ນ​ຖານ

ວຽກ​ງານ​ກະ​ກຽມ​ເລືອກ​ຕັ້ງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ, ມີ​ແບບ​ມີ​ແຜນ​ໂດຍ​ພື້ນ​ຖານ

(VOVWORLD) - ວັນທີ 03 ມີນາ, ຢູ່ຮ່າໂນ້ຍ, ສະພາເລືອກຕັ້ງແຫ່ງຊາດ ໄດ້ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງຈັດການສະໜອງຂໍ້ມູນຕາມຫົວເລື່ອງສະເພາະ, ເພື່ອແນໃສ່ເພີ່ມທະວີວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031.

ບັນຍາກາດກອງປະຊຸມແລກປ່ຽນວຽກງານສື່ມວນຊົນ (ພາບ: TTXVN)

 ຕາມທ່ານ ຫງວຽນຫືວດົງ, ປະທານຄະນະກຳມະການວຽກງານສະມາຊິກສະພາແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ວຽກງານກະກຽມເລືອກຕັ້ງໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ມີແບບມີແຜນໂດຍພື້ນຖານ, ຖືກຕ້ອງຕາມຄຳຮຽກຮ້ອງຂອງກົມການເມືອງ, ຄະນະເລຂາທິການ ແລະ ສະພາເລືອກຕັ້ງແຫ່ງຊາດ. ໃນໄລຍະຈະມາເຖິງ, ບັນດາພາກສ່ວນສືບຕໍ່ປະຕິບັດສຳເລັດກອງປະຊຸມພົບປະຜູ້ມີສິດເລືອກຕັ້ງ; ສຳຫຼວດກວດກາ, ອັບເດັດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ; ຍູ້ແຮງການໂຄສະນາ; ປະຕິບັດສຳເລັດແບບວິທີຮັບປະກັນຄວາມສະຫງົບ; ຈັດການປ່ອນບັດ, ນັບບັດຢ່າງແໜ້ນແຟ້ນ, ພາວະວິໄສ… ທ່ານ ຫງວຽນຫືວດົງ ກໍໃຫ້ຮູ້ວ່າ ວຽກງານຖະແຫຼງຂ່າວ, ໂຄສະນາໄດ້ກຳນົດວ່າແມ່ນໜ້າທີ່ການເມືອງຈຸດສຸມ, ລຸລ່ວງໃນໄລຍະກ່ອນດຳເນີນ, ພວມດຳເນີນ ແລະ ພາຍຫຼັງດຳເນີນການເລືືອກຕັ້ງ, ກຳແໜ້ນບັນດາຄຳຊີ້ນຳຂອງສູນກາງ, ກົມການເມືອງ, ຄະນະເລຂາທິການສູນກາງພັກ, ລັດຖະບານ, ສະພາເລືອກຕັ້ງແຫ່ງຊາດ ແລະ ບັນດາອົງການທີ່ມີສິດອຳນາດ.


This site is protected by reCAPTCHA and the Google Privacy Policy and Terms of Service apply.