ຂ່າວເດັ່ນ

ວຽກ​ງານ​ກະ​ກຽມ​ການ​ເລືອກ​ຕັ້ງ​ຢູ່ ຮ່າ​ໂນ້ຍ ຮັບ​ປະ​ກັນ​ຖືກ​ຕ້ອງ​ຕາມ​ຄວາມ​ຄືບ​ໜ້າ ແລະ ຂໍ້​ກຳ​ນົດ​ຂອງ ກົດ​ໝາຍ

ວຽກ​ງານ​ກະ​ກຽມ​ການ​ເລືອກ​ຕັ້ງ​ຢູ່ ຮ່າ​ໂນ້ຍ ຮັບ​ປະ​ກັນ​ຖືກ​ຕ້ອງ​ຕາມ​ຄວາມ​ຄືບ​ໜ້າ ແລະ ຂໍ້​ກຳ​ນົດ​ຂອງ ກົດ​ໝາຍ

(VOVWORLD) - ຮ່າໂນ້ຍແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີຈຳນວນສະມາຊິກໄດ້ຮັບການເລືອກຕັ້ງຫຼາຍທີ່ສຸດໃນທົ່ວປະເທດ ດ້ວຍສະມາຊິກສະພາແຫ່ງຊາດ 32 ທ່ານ ແລະ ສະມາຊິກສະພາປະຊາຊົນນະຄອນ 125 ທ່ານ.

, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນຄັກດິ້ງ ໄປກວດກາສະຖານທີ່ ເລືອກຕັ້ງ (ພາບ: Vietnam+)

ຕອນບ່າຍວັນທີ 26 ກຸມພາ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນຄັກດິ້ງ, ຫົວໜ້າຄະນະຕິດຕາມກວດກາຂອງ ຄະນະປະຈຳສະພາແຫ່ງຊາດ ແລະ ສະພາເລືອກຕັ້ງແຫ່ງຊາດ, ໄດ້ເຮັດວຽກກັບຄະນະກຳມະການເລືອກຕັ້ງນະຄອນ ຮ່າໂນ້ຍ ກ່ຽວກັບວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ອາຍຸການ 2026 – 2031.

ຮ່າໂນ້ຍແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີຈຳນວນສະມາຊິກໄດ້ຮັບການເລືອກຕັ້ງຫຼາຍທີ່ສຸດໃນທົ່ວປະເທດ ດ້ວຍສະມາຊິກສະພາແຫ່ງຊາດ 32 ທ່ານ ແລະ ສະມາຊິກສະພາປະຊາຊົນນະຄອນ 125 ທ່ານ. ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຕີລາຄາວ່າ ມາຮອດປັດຈຸບັນ, ວຽກງານກະກຽມການເລືອກຕັ້ງຂອງຮ່າໂນ້ຍໄດ້ຜັນຂະຫຍາຍຢ່າງຮອບດ້ານ, ມີແບບມີແຜນ, ຄົບຊຸດ, ຮັບປະກັນຖືກຕ້ອງຄວາມຄືບໜ້າ ແລະ ຂໍ້ກຳນົດຂອງ ກົດໝາຍ. ນັບແຕ່ນີ້ຮອດວັນທີ 15 ມີນາ, ທາງນະຄອນຕ້ອງສືບຕໍ່ຈັດແບ່ງຄົນຢ່າງຈະແຈ້ງ, ວຽກງານຈະແຈ້ງ, ມີຄວາມຮັບຜິດຊອບຢ່າງຈະແຈ້ງ”, ຕິດຕາມຄວາມຄືບໜ້າຂອງແຕ່ລະວຽກງານຢ່າງໃກ້ຊິດ, ສືບຕໍ່ສຳຫຼວດກວດຄືນ, ອັບເດດໃນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຮັບປະກັນສິດເລືອກຕັ້ງຂອງພົນລະເມືອງ. ພ້ອມກັນນັ້ນ, ກໍ່ສືບຕໍ່ຍູ້ແຮງວຽກງານຖະແຫຼງຂ່າວ, ໂຄສະນາກ່ອນ, ໃນ ແລະ ຫຼັງວັນເລືອກຕັ້ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.