ຂ່າວເດັ່ນ

ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ຫຼາດ​ບັງຫຼວງ, ການຟຸມເຟືອຍ, ໄ​ພ​ຫຍໍ້​ທໍ້​ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ແຮງ, ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ

ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ຫຼາດ​ບັງຫຼວງ, ການຟຸມເຟືອຍ, ໄ​ພ​ຫຍໍ້​ທໍ້​ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ແຮງ, ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ

(VOVWORLD) - ໃນໄລຍະຈະມາເຖິງ, ຄະນະຊີ້ນຳຮຽກຮ້ອງສືບຕໍ່ຜັນຂະຫຍາຍວຽກງານຕ້ານການສໍ້ຫຼາດບັງຫຼວງ, ການຟຸມເຟືອຍ, ໄພຫຍໍ້ທໍ້ຢ່າງແຮງ, ຂຽວຂາດ, ມີປະສິດທິຜົນກ່ວາອີກ.

ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ, ຫົວໜ້າຄະນະຊີ້ນຳເປັນປະທານກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູງການກ່ຽວກັບວຽກງານປ້ອງກັນຕ້ານການສໍ້ຫຼາດບັງຫຼວງ, ການຟຸມເຟືອບ, ໄພຫຍໍ້ທໍ້ ໄດ້ຈັດກອງປະຊຸມຄັ້ງທີ 28 ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ບົດລາຍງານສະພາບການ, ໝາກຜົນຂອງການເຄື່ອນໄຫວຂອງຄະນະຊີ້ນຳໃນ 6 ເດືອນຜ່ານມາ ແລະ ຜັນຂະຫຍາຍໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ ພ້ອມກັບບາງເນື້ອໃນສຳຄັນອື່ນໆ. ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ, ຫົວໜ້າຄະນະຊີ້ນຳເປັນປະທານກອງປະຊຸມ.

ໃນໄລຍະຈະມາເຖິງ, ຄະນະຊີ້ນຳຮຽກຮ້ອງສືບຕໍ່ຜັນຂະຫຍາຍວຽກງານຕ້ານການສໍ້ຫຼາດບັງຫຼວງ, ການຟຸມເຟືອຍ, ໄພຫຍໍ້ທໍ້ຢ່າງແຮງ, ຂຽວຂາດ, ມີປະສິດທິຜົນກ່ວາອີກ. ສຸມໃສ່ປະຕິບັດສຳເລັດການສຳຫຼວດກວດຄືນ, ຫັນເປັນລະບອບລະບຽບການບັນດາແຜນນະໂຍບາຍ, ທັດສະນະໃນການປ້ອງກັນຕ້ານການສໍ້ຫຼາດບັງຫຼວງ, ໄພຫຍໍ້ທໍ້, ການຟຸມເຟືອຍທີ່ໄດ້ປະກາດໃຊ້ນັບແຕ່ຕົ້ນອາຍຸການ XIII ຂອງພັກມາຮອດປັດຈຸບັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.