ຂ່າວເດັ່ນ

ວົງ​ເງິນ​ການ​ຄ້າ​ຫວຽດ​ນາມ-ລາວ ສຶບ​ຕໍ່​ເພີ່ມ​ຂຶ້ນ

ວົງ​ເງິນ​ການ​ຄ້າ​ຫວຽດ​ນາມ-ລາວ ສຶບ​ຕໍ່​ເພີ່ມ​ຂຶ້ນ

(VOVWORLD) -ຍອດວົງເງິນນຳເຂົ້າ-ສົ່ງອອກ ຂອງຫວຽດນາມ-ລາວ ໃນ 9 ເດືອນ ຂອງປີ 2022 ບັນລຸ 1,22 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ດ່ານຊາຍແດນສາກົນ ຈາລໍ (ພາບ: VOV)

  ວັນທີ 16 ຕຸລາ ອົງການການຄ້າ ຫວຽດນາມ ຢູ່ ລາວ, ໃຫ້ຮູ້ວ່າ ຍອດວົງເງິນນຳເຂົ້າ-ສົ່ງອອກ ຂອງຫວຽດນາມ-ລາວ ໃນ 9 ເດືອນ ຂອງປີ 2022 ບັນລຸ 1,22 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນນັ້ນ, ການສົ່ງອອກຂອງຫວຽດນາມໄປລາວ ບັນລຸ 465,7 ລ້ານ ໂດລາສະຫະລັດ. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປລາວ ລວມມີ ພືດຜັກ, ໝາກໄມ້, ນ້ຳມັນເຊື້ອໄຟ. ບັນດາສິນຄ້ານຳເຂົ້າຕົ້ນຕໍລວມມີ ຢາງພາລາ, ເຄື່ອງເຟີນິເຈີ້, ແຮ່ຈ່ານ ແລະ ແຮ່ທາດ.

ຕາມອົງການການຄ້າ ຫວຽດນາມ ຢູ່ລາວ, ດ້ວຍລະດັບການເຕີບໂຕຂອງວົງເງິນການຄ້າລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ຄືໃນປະຈຸບັນນີ້, ຄາດວ່າຍອດວົງເງິນການຄ້າລະຫວ່າງສອງປະເທດໃນປີ 2022 ຈະບັນລຸໄດ້ປະມານ 1,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນປະມານ 20% ເມື່ອທຽບໃສ່ປີ 2021.

This site is protected by reCAPTCHA and the Google Privacy Policy and Terms of Service apply.