ຂ່າວເດັ່ນ

ວົງ​ຄະ​ນະ​ຍາດ​ສາ​ກົນ ຮຽກ​ຮ້ອງ ແກ້​ໄຂວິ​ກິດ​ການ​ເວ​ເນ​ຊູ​ເອ​ລາ ໂດຍ​ສັນ​ຕິ​ວິ​ທີ

ວົງ​ຄະ​ນະ​ຍາດ​ສາ​ກົນ ຮຽກ​ຮ້ອງ ແກ້​ໄຂວິ​ກິດ​ການ​ເວ​ເນ​ຊູ​ເອ​ລາ ໂດຍ​ສັນ​ຕິ​ວິ​ທີ

(VOVWORLD) - ຕໍ່ໜ້າການຜັນແປທີ່ເຄັ່ງຕຶງຄືຢູ່ເວເນຊູເອລາ, ມີຫຼາຍປະເທດ, ໃນນັ້ນມີ ໄທ, ມາເລເຊຍ ແລະ ສິງກະໂປ ພ້ອມກັນສະແດງຄວາມວິຕົກກັງວົນ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ແກ້ໄຂການປະທະກັນໂດຍສັນຕິວິທີບົນພື້ນຖານເຄົາລົບນັບຖືກົດໝາຍສາກົນ ແລະ ກົດບັດ ສປຊ.

ທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ ສະແດງທັດສະນະໃນ facebook ສ່ວນຕົວ (ພາບ: VOV/Bangkok)

ວັນທີ 4 ມັງກອນ ສະຫະພາບ ເອີລົບ (EU) ໄດ້ອອກຖະແຫຼງການລວມສະແດງຄວາມວິຕົກກັງວັນຢ່າງເລິກເຊິ່ງຕໍ່ບັນດາຜົນຕາມມາຢ່າງຮ້າຍແຮງທີ່ເກີດຂຶ້ນພາຍຫຼັງການກະທຳແຊກແຊງຂອງອາເມລິກາ ຢູ່ເວເນຊູເອລາ. ຖະແຫຼງການ ໂດຍອົງການກະທຳການຕ່າງປະເທດ ເອີລົບ ປະກາດ ເຊິ່ງຄັດສະເໜີຄຳເວົ້າຂອງທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງ EU ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈຢ່າງສຸດຂີດເພື່ອແນໃສ່ຫຼີກລ້ຽງກໍລະນີເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງແຮງ, ພ້ອມທັງຍົກໃຫ້ເຫັນແຈ້ງຄວາມຈຳເປັນຕ້ອງມຸ່ງໄປເຖິງການແກ້ໄຂວິກິດການທີ່ພວມດຳເນີນໂດຍສັນຕິພາບວິທີຢູ່ປະເທດ ເວເນຊູເອລາ. ຕໍ່ໜ້າການຜັນແປທີ່ເຄັ່ງຕຶງຄືຢູ່ເວເນຊູເອລາ, ມີຫຼາຍປະເທດ, ໃນນັ້ນມີ ໄທ, ມາເລເຊຍ ແລະ ສິງກະໂປ ພ້ອມກັນສະແດງຄວາມວິຕົກກັງວົນ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ແກ້ໄຂການປະທະກັນໂດຍສັນຕິວິທີບົນພື້ນຖານເຄົາລົບນັບຖືກົດໝາຍສາກົນ ແລະ ກົດບັດ ສປຊ. ໃນຂະນະນັ້ນ, ວັນທີ 4 ມັງກອນ ກອງທັບ ເວເນຊູເອລາ ຮັບຮູ້ ທ່ານນາງ Delcy Rodriguez ຮອງປະທານາທິບໍດີ ແມ່ນການນຳຊົ່ວຄາວຂອງປະເທດນີ້, ທ່ານ Vladimir Padrino Lopez ລັດຖະມົນຕີກະຊວງປ້ອງກັນປະເທດ ເວເນຊູເອລາ ໄດ້ສະແດງການສະໜັບສະໜູນໃຫ້ແກ່ການຕັດສິນຂອງສານສູງສຸດ ທີ່ແຕ່ງຕັ້ງ ທ່ານນາງ Delcy Rodriguez ດຳລົງຕຳແໜ່ງເປັນປະທານາທິບໍດີ ຊົ່ວຄາວໃນໄລຍະເວລາ 90 ວັນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.