ຂ່າວເດັ່ນ

ຢັ້ງ​ຢືນ​ບົດ​ບາດ​ປະ​ສານ​ງານ, ນຳ​ພາ ແລະ ຈັດ​ຕັ້ງ​ຂອງ​ຫວຽດ​ນາມ ໃນ​ການ​ຍົກ​ສູງ​ລັດ​ທິຫຼາຍ​ຝ່າຍ

ຢັ້ງ​ຢືນ​ບົດ​ບາດ​ປະ​ສານ​ງານ, ນຳ​ພາ ແລະ ຈັດ​ຕັ້ງ​ຂອງ​ຫວຽດ​ນາມ ໃນ​ການ​ຍົກ​ສູງ​ລັດ​ທິຫຼາຍ​ຝ່າຍ

(VOVWORLD) - ບັນດາກະຊວງ, ຂະແໜງການ, ອົງການລ້ວນແຕ່ໃຫ້ຂໍ້ສັງເກດວ່າ ກອງປະຊຸມສຸດຍອດ P4G ຄັ້ງທີ 4 ໄດ້ປະສົບຜົນສຳເລັດຢ່າງຈົມງາມ, ຢັ້ງຢຶນບົດບາດປະສານງານ, ນຳພາ ແລະ ຈັດຕັ້ງຂອງ ຫວຽດນາມ ໃນການຍົກສູງລັດທິຫຼາຍຝ່າຍ, ຄວາມສາມັກຄີສາກົນເວົ້າລວມ

 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບ (ພາບ: TTXVN)

ຕອນບ່າຍວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເປັນປະທານກອງປະຊຸມສະຫຼຸບ ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ບັນດາເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4 ທີ່ໄດ້ດຳເນີນແຕ່ວັນທີ 16 – 17 ເມສາຢູ່ ຮ່າໂນ້ຍ.

ບັນດາກະຊວງ, ຂະແໜງການ, ອົງການລ້ວນແຕ່ໃຫ້ຂໍ້ສັງເກດວ່າ ກອງປະຊຸມສຸດຍອດ P4G ຄັ້ງທີ 4 ໄດ້ປະສົບຜົນສຳເລັດຢ່າງຈົມງາມ, ຢັ້ງຢຶນບົດບາດປະສານງານ, ນຳພາ ແລະ ຈັດຕັ້ງຂອງ ຫວຽດນາມ ໃນການຍົກສູງລັດທິຫຼາຍຝ່າຍ, ຄວາມສາມັກຄີສາກົນເວົ້າລວມ. ຜ່ານນັ້ນ, ກໍ່ໄດ້ສ້າງຂີດໝາຍທີ່ເຂັ້ມຂຸ້ນ ເຊິ່ງໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ.

ຕາມທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນແລ້ວ, ວຽກງານຈັດຕັ້ງກອງປະຊຸມໄດ້ສ້າງຄວາມປະທັບໃຈທີ່ດີງາມສຳລັບບັນດາຜູ້ແທນສາກົນ ກ່ຽວກັບຫົວຄິດປະດິດສ້າງ, ຄວາມມີໄຫວພິບ, ກຳລັງຄວາມາສມາດຂອງ ຫວຽດນາມ ໃນການຈັດຕັ້ງ, ປະສານງານ ແລະ ບໍລິຫານບັນດາກອງປະຊຸມຫຼາຍຝ່າຍໃຫຍ່. ວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ໄດ້ຮັບການຜັນຂະຫຍາຍຢ່າງມີແບບມີແຜນ, ເປັນມືອາຊີບ, ບໍ່ປະໃຫ້ເກີດບັນຫາຍັງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.