ຂ່າວເດັ່ນ

ຢັ້ງ​ຢືນ​ຈຸດ​ຢືນ​ຂອງ​ຜະ​ລິດ​ຕະ​ພັນ OCOP ກາຍ​ເປັນ​ທາງ​ເລືອກ​ ແລະ ທ່າ​ອ່ຽງຂອງ​ຂວັນ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຫວຽດ​ນາມ

ຢັ້ງ​ຢືນ​ຈຸດ​ຢືນ​ຂອງ​ຜະ​ລິດ​ຕະ​ພັນ OCOP ກາຍ​ເປັນ​ທາງ​ເລືອກ​ ແລະ ທ່າ​ອ່ຽງຂອງ​ຂວັນ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຫວຽດ​ນາມ

(VOVWORLD) - ສອງເຫດການ “OCOP ສິນພິເສດຂອງເຂດພາກ ແລະ ອາຫານການກິນ”, “ສີສັນ OCOP ແລະ ບຸນປີໃໝ່ປະຈຳຊາດ” ຈະດຳເນີນແຕ່ວັນທີ 26 – 31 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ເຕົ້າໂຮມເກືອບ 200 ຮ້ານວາງສະແດງຜະລິດຕະພັນ OCOP ດີເດັ່ນ.

ການຖະແຫຼງຂ່າວກ່ຽວກັບລາຍການເຊື່ອມຕໍ່ຜະລິດຕະພັນ OCOP ຢູ່ນະຄອນ ໂຮ່ຈີມິນ  (ພາບ: VOV)

ບັນດາເຫດການວາງສະແດງຫຼາກຫຼາຍຜະລິດຕະພັນ OCOP  ດີເດັ່ນ, ເຊັ່ນ: ຊາ, ກາເຟ, ໝາກມ່ວງຫິມະພານ, ຢາສະໝູນໄພ, ຜະລິດຕະພັນກະເສດ - ສິນໃນນ້ຳປຸງແຕ່ງ, ຮັງນົກ, ເຄື່ອງດື່ມ, ເຄື່ອງຫັດຖະກຳ ແລະ ບັນດາຜະລິດຕະພັນທີ່ເປັນຂອງຕ້ອນຂອງຝາກ, ສິນພິເສດໃນໂອກາດບຸນປີໃໝ່ປະຈຳຊາດ. ຈຸດພົ້ນເດັ່ນຂອງລາຍການດັ່ງກ່າວແມ່ນການຍູ້ແຮງການໝູນໃຊ້ຫັນເປັນດີຈີຕອນ, ພິເສດແມ່ນຜ່ານການເຄື່ອນໄຫວ ໄລສົດຂາຍເຄື່ອງ, ຫຼຸດລາຄາ ແລະ ເຊື່ອມຕໍ່ທາງໄກ, ສ້າງເງື່ອນໄຂໃຫ້ບັນດາເຈົ້າຂອງຜະລິດຕະພັນ OCOP ມີໂອກາດໂຄສະນາ, ຊອກຫາຄູ່ຮ່ວມມື ແລະ ເປີດກວ້າງຕະຫຼາດ.

        ທ່ານ ເລວຽດບິ່ງ, ຮອງຫົວໜ້າຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮັບຜິດຊອບພາກໃຕ້, ໃຫ້ຮູ້ວ່າ:

        “ໃນໂອກາດທ້າຍປີ ແລະ ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ, ບັນດາຜະລິດຕະພັນ OCOP  ມີທ່າແຮງພົ້ນເດັ່ນກວ່າເມື່ອທຽບໃສ່ບັນດາຜະລິດຕະພັນກະສິກຳອື່ນ. ນັ້ນແມ່ນຄຸນຄ່າຂອງທ້ອງຖິ່ນ ແລະ ຄຸນຄ່າວັດທະນະທຳ ເຊິ່ງບັນດາຜະລິດຕະພັນກະເສດອື່ນບໍ່ມີ. ຖ້າພວກເຮົາເຂົ້າເຖິງ ແລະ ເຊື່ອມຕໍ່ຜູ້ຜະລິດກັບຜູ້ບໍລິໂພກ, ແຂກທ່ອງທ່ຽວໄດ້ນັ້ນ, ຜະລິດຕະພັນ OCOP ບໍ່ພຽງແຕ່ແມ່ນຜະລິດຕະພັນກະເສດຢ່າງດຽວເທົ່ານັ້ນ ຫາກຍັງໄດ້ຕິດພັນກັບວັດທະນະທຳ ແລະ ການທ່ອງທ່ຽວ ອີກດ້ວຍ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.