ຂ່າວເດັ່ນ

ຢັ້ງ​ຢືນ​ຄຸນ​ນະ​ທາດ, ອິດ​ທິ​ພົນ​ຊື່​ສຽງ​ຂອງ​ກຳ​ລັງ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ຕໍ່​ບັນ​ດາ​ບັນ​ຫາ​ຄວາ​ມ​ໝັ້ນ​ຄົງ​ແບບ​ໃໝ່

ຢັ້ງ​ຢືນ​ຄຸນ​ນະ​ທາດ, ອິດ​ທິ​ພົນ​ຊື່​ສຽງ​ຂອງ​ກຳ​ລັງ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ຕໍ່​ບັນ​ດາ​ບັນ​ຫາ​ຄວາ​ມ​ໝັ້ນ​ຄົງ​ແບບ​ໃໝ່

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອີກຄັ້ງໜຶ່ງໄດ້ສົ່ງຄຳແບ່ງປັນຕໍ່ບັນດາຄວາມເສຍຫາຍ ໂດຍເຫດແຜນດິນໄຫວກໍ່ຂຶ້ນ ສຳລັບ ມຽນມາ, ທ່ານເຊື່ອໝັ້ນວ່າ ມຽນມາ ຈະຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ບັນດາຜູ້ແທນ ແລະ ກຳລັງກູ້ໄພກູ້ຊີບ (ພາບ: qdnd.vn)

ຕອນບ່າຍວັນທີ 9 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີຍ້ອງຍໍສັນລະເສີນຄະນະປະຕິບັດງານກອງທັບ ແລະ ຕຳຫຼວດ ທີ່ເຂົ້າຮ່ວມໜູນຊ່ວຍແກ້ໄຂຜົນຕາມມາຈາກເຫດແຜ່ນດິນໄຫວຢູ່ມຽນມາທີ່ຫາກໍ່ປະຕິບັດສຳເລັດໜ້າທີ່ກັບເມືອປະເທດ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອີກຄັ້ງໜຶ່ງໄດ້ສົ່ງຄຳແບ່ງປັນຕໍ່ບັນດາຄວາມເສຍຫາຍ ໂດຍເຫດແຜນດິນໄຫວກໍ່ຂຶ້ນ ສຳລັບ ມຽນມາ, ທ່ານເຊື່ອໝັ້ນວ່າ ມຽນມາ ຈະຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ພາຍຫຼັງເຫດແຜ່ນດິນໄຫວເກີດຂຶ້ນ, ຫວຽດນາມໄດ້ຈັດສົ່ງຄະນະປະຕິບັດງານລວມມີພະນັກງານ, ນັກຮົບກອງທັບ, ຕຳຫຼວດ 106 ຄົນໄປຍັງມຽນມາເຂົ້າຮ່ວມການກູ້ໄພກູ້ຊີບມະນຸດສະທຳ ແລະ ແກ້ໄຂຜົນຕາມມາຈາກເຫດແຜ່ນດິນໄຫວນັບແຕ່ວັນທີ 30 ມີນາ ຫາວັນທີ 8 ເມສາ. ນີ້ແມ່ນຄັ້ງທີສາມທີ່ ຫວຽດນາມ ຈັດສົ່ງກຳລັງໄປປະຕິບັດໜ້າທີ່ນີ້ຢູ່ຕ່າງປະເທດແບບໂດຍກົງ. ທ່ານໃຫ້ຮູ້ວ່າ:

ເລື່ອງຈັດສົ່ງກຳລັງພາຍຫຼັງເກີດເຫດ 24 ຊົ່ວໂມງໄດ້ສະແດງໃຫ້ເຫັນຄວາມກ້າວໜ້າກ່ຽວກັບກຳລັງແຮງ, ບົດຮຽນປະສົບການ, ຢັ້ງຢືນຄຸນນະທາດ, ອິດທິພົນຊື່ສຽງຂອງບັນດາກຳລັງກູ້ໄພກູ້ຊີບ ຫວຽດນາມ ຕໍ່ບັນດາບັນຫາຄວາມໝັ້ນຄົງແບບໃໝ່, ໂດຍປະຊາຄົມສາກົນ ແລະ ລັດຖະບານ, ປະຊາຊົນ ມຽນມາ ໄດ້ໃຫ້ຄວາມເຄົາລົບນັບຖື ແລະ ຕີລາຄາສູງ. ເລື່ອງ ຫວຽດນາມ ຈັດສົ່ງກຳລັງກອງທັບ ແລະ ຕຳຫຼວດໄປໜູນຊ່ວຍຕວັກກີ ຫຼື ມຽນມາ ຢັ້ງຢືນບົດບາດ, ລະດັບຄວາມສຳຄັນ, ຄວາມສາມາດບົ່ມຊ້ອນຮັບມືໂດຍໄວຂອງ ຫວຽດນາມ ຕໍ່ໜ້າບັນດາໄພພິບັດຂອງໂລກ ແລະ ພາກພື້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.