ຂ່າວເດັ່ນ

ຢູ​ແກຼນ ໄດ້​ຮັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ​ດ້ານ​ການ​ທະ​ຫານ​ໃໝ່​ຈາກ ອາ​ເມ​ລິ​ກາ ແລະ ເອີ​ຣົບ ຕື່ມ​ອີກ

ຢູ​ແກຼນ ໄດ້​ຮັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ​ດ້ານ​ການ​ທະ​ຫານ​ໃໝ່​ຈາກ ອາ​ເມ​ລິ​ກາ ແລະ ເອີ​ຣົບ ຕື່ມ​ອີກ

(VOVWORLD) - ຕອນຄ່ຳວັນທີ 18 ພະຈິກ, ສະພາປ້ອງກັນຊາດສູງສຸດ ອີຕາລີ, ໂດຍທ່ານປະທານາທິບໍດີ Sergio Mattarella ເປັນປະທານ, ໄດ້ປ່ອນບັດຮັບຮອງເອົາການສະໜອງອາວຸດບ້ວງໃໝ່ໃຫ້ແກ່ ຢູແກຼນ.

     ອີຕາລີ ໄດ້ຢັ້ງຢືນຄືນການສະໜັບສະໜູນສຳລັບ ຢູແກຼນ, ດ້ວຍເລື່ອງມອບໂອນບ້ວງອາວຸດໃໝ່. ເຖິງຢ່າງໃດກໍຕາມ, ພັກສະຫະພັນໃນພັນທະມິດກຳອຳນາດພັດກ່າວເຕືອນອີກເທື່ອໜຶ່ງກ່ຽວກັບບັນດາກໍລະນີສໍ້ລາດບັງຫຼວງຢູ່ ຢູແກຼນ.

        ໃນວັນດຽວກັນ, ອາເມລິກາ ໄດ້ໃຫ້ສັດຕະຍາບັນທຸລະກຳການຄ້າທີ່ມີມູນຄ່າ 105 ລ້ານ USD ກັບ ຢູແກຼນ ແນໃສ່ຊ່ວຍປະເທດ ເອີຣົບ ຕາເວັນອອກອອກນີ້ ຍົກລະດັບ ແລະ ຮັກສາການເຄື່ອນໄຫວຂອງລະບົບປ້ອງກັນລູກສອນໄຟ Patriot.

        ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ໄດ້ແຈ້ງໃຫ້ສະພາແຫ່ງຊາດກ່ຽວກັບທຸລະກຳການຄ້າສະໜອງເຄື່ອງອາໄຫຼ່, ການຝຶກຊ້ອມ ແລະ ການບໍລິການໃຫ້ແກ່ລະບົບ Patriot, ເຊິ່ງ ຢູແກຼນ ເຄີຍນຳໃຊ້ເພື່ອຕີສະກັດລູກສອນໄຟ.

        ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez  ໃຫ້ຮູ້ວ່າ ປະເທດນີ້ຈະລະດົມບ້ວງເງິນຊ່ວຍເຫຼືອໃໝ່ໃຫ້ແກ່ ຢູແກຼນ ເຊິ່ງມີມູນຄ່າ 817 ລ້ານ ເອີໂຣ (946 ລ້ານ USD) ແລະ ຊື້ອຸປະກອນການທະຫານຂອງ ອາເມລິກາ ມີມູນຄ່າ 100 ລ້ານ ເອີໂຣ.

This site is protected by reCAPTCHA and the Google Privacy Policy and Terms of Service apply.