ຂ່າວເດັ່ນ

ຢູ​ແກຼນ ເຫັນ​ດີ​ຢຸດ​ຍິງ​ພາຍ​ໃນ 30 ວັນ. ອາ​ເມ​ລິ​ກາ ເຊື່ອມ​ຕໍ່​ການ​ຊ​່ວຍ​ເຫຼືອ​ດ້ານການ​ທະ​ຫານ

ຢູ​ແກຼນ ເຫັນ​ດີ​ຢຸດ​ຍິງ​ພາຍ​ໃນ 30 ວັນ. ອາ​ເມ​ລິ​ກາ ເຊື່ອມ​ຕໍ່​ການ​ຊ​່ວຍ​ເຫຼືອ​ດ້ານການ​ທະ​ຫານ

(VOVWORLD) - ຄະນະນັກເຈລະຈາ ຢູແກຼນ ໃຫ້ຮູ້ວ່າ ປະເທດນີ້ກຽມພ້ອມປະຕິບັດຂໍ້ຕົກລົງຢຸດຍິງຊົ່ວຄາວພາຍໃນ 30 ວັນ ໂດຍ ອາເມລິກາ ສະເໜີ ແລະ ຂໍ້ຕົກລົງນີ້ອາດຈະໄດ້ຮັບການຕໍ່ກຳນົດເວລາຕື່ມອີກ ຖ້າບັນດາຝ່າຍພ້ອມກັນຕົກລົງເຫັນດີ.

ພາຍຫຼັງການພົບປະທີ່ແກ່ຍາວ 9 ຊົ່ວໂມງ ຢູ່ ອາຣັບບີ ຊະອຸດິ, ວັນທີ 11 ມີນາ, ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ຢູແກຼນ ໄດ້ອອກຖະແຫຼງການຮ່ວມໂດຍຊີ້ແຈ້ງວ່າ ການພົບປະຢູ່ ອາຣັບບີ ຊະອຸດິ, ອາເມລິກາ ແລະ ຢູແກຼນ ບັນລຸໄດ້ບັນດາບາດກ້າວສຳຄັນມຸ່ງໄປເຖິງການຟື້ນຟູສັນຕິພາບຢູ່ ຢູແກຼນ ຄືນໃໝ່ໃນຍາວນານ. ຄະນະນັກເຈລະຈາ ຢູແກຼນ ໃຫ້ຮູ້ວ່າ ປະເທດນີ້ກຽມພ້ອມປະຕິບັດຂໍ້ຕົກລົງຢຸດຍິງຊົ່ວຄາວພາຍໃນ 30 ວັນ ໂດຍ ອາເມລິກາ ສະເໜີ ແລະ ຂໍ້ຕົກລົງນີ້ອາດຈະໄດ້ຮັບການຕໍ່ກຳນົດເວລາຕື່ມອີກ ຖ້າບັນດາຝ່າຍພ້ອມກັນຕົກລົງເຫັນດີ. ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນດຽວກັນ, ທ່ານ Mike Waltz ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ:

        “ທ່ານປະທານາທິບໍດີ Donald Trump ໄດ້ຊີ້ແຈ້ງວ່າ ທຸກການປະທະກັນຕ້ອງຢຸດຕິລົງ ແລະ ຝ່າຍ ຢູແກຼນ ໄດ້ເຫັນດີກັບຂໍ້ສະເໜີຢຸດຍິງ. ເຂົາເຈົ້າໄດ້ກຽມພ້ອມໃຫ້ແກ່ສັນຕິພາບ. ພວກຂ້າພະເຈົ້າກໍຈະສະເໜີຕໍ່ ລັດເຊຍ ແລະ ລໍຖ້າເບິ່ງວ່າເຂົາເຈົ້າຈະມີການຕອບກັບແນວໃດ”.

        ຕາມຖະແຫຼງການຮ່ວມ, ອາເມລິກາ ຈະເຊື່ອມຕໍ່ການແບ່ງປັນຂ່າວລັບ ແລະ ການຊ່ວຍເຫຼືອດ້ານການທະຫານໃຫ້ແກ່ ຢູແກຼນ ຄືນໃໝ່. ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນຂອງການມານະພະຍາຍາມຊ່ວຍເຫຼືອມະນຸດສະທຳໃນວິວັດການສ້າງສັນຕິພາບ, ພິເສດແມ່ນໃນໄລຍະຢຸດຍິງ. ບັນດາຄວາມມານະພະຍາຍາມດັ່ງກ່າວລວມມີການແລກປ່ຽນຊະເລີຍເສິກສົງຄາມ ແລະ ປ່ອຍຕົວເປັນອິດສະຫຼະໃຫ້ແກ່ສາມັນຊົນທີ່ຖືກກັກຂັງ. ສອງຝ່າຍກໍເຫັນດີສ້າງຕັ້ງຄະນະເຈລະຈາຂອງແຕ່ລະປະເທດ ແລະ ດຳເນີນການເຈລະຈາໃນທັນທີ ມຸ່ງໄປເຖິງພື້ນຖານສັນຕິພາບທີ່ຍາວນານ ຮັບປະກັນຄວາມໝັ້ນຄົງຍາວນານໃຫ້ແກ່ ຢູແກຼນ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.