ຂ່າວເດັ່ນ

ຢູ​ແກຼນ ຄາດ​ຄະ​ເນຈະ​ຊື້​ອາ​ວຸດ ແລະ ຍຸດ​ໂທ​ປະ​ກອນ​ດ້ວຍ​ປະ​ລິ​ມານຫຼາຍ​ຈາກ ຝ​ລັ່ງ

ຢູ​ແກຼນ ຄາດ​ຄະ​ເນຈະ​ຊື້​ອາ​ວຸດ ແລະ ຍຸດ​ໂທ​ປະ​ກອນ​ດ້ວຍ​ປະ​ລິ​ມານຫຼາຍ​ຈາກ ຝ​ລັ່ງ

(VOVWORLD) - ວັນທີ 17 ພະຈິກ ຢູ່ ປາຣີ, ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ແລະ ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ລົງນາມໃນອະນຸສັນຍາວ່າດ້ວຍເລື່ອງ ຢູແກຼນ ອາດຈະຊື້ເຮືອບິນສູ້ຮົບ Rafale 100 ລຳ ຈາກ ຝລັ່ງ.

 ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ແລະ ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ຢູ່ ປາຣີ ໃນວັນທີ 17 ພະຈິກ (ພາບ: REUTERS/Sarah Meyssonnier)
 ທ່ານ Zelensky  ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ນີ້ແມ່ນເຫດການ “ປະຫວັດສາດ” ຂະນະເປັນຄັ້ງທຳອິດທີ່ ຢູແກຼນ ກຳມະສິດປະລິມານເຮືອບິນຕໍ່ສູ້ປະເພດນີ້ ກໍຄື ບັນດາລະບົບປ້ອງກັນອາກາດລຸ້ນໃໝ່. ໃນຂະນະນັ້ນ, ຕາມວັງ Élysée ແລ້ວ, ຂໍ້ຕົກລົງສະບັບດັ່ງກ່າວ, ດ້ວຍວິໄສທັດໄລຍະ 10 ປີ, ລວມມີບັນດາສັນຍາທີ່ມີກຳລັງບົ່ມຊ້ອນໃນອະນາຄົດ ກ່ຽວກັບເລື່ອງ ຢູແກຼນ ຊື້ອຸປະກອນປ້ອງກັນຊາດລຸ້ນໃໝ່ຈາກ ຝລັ່ງ, ລວມມີ ເຮືອບິນ  Rafale ປະມານ 100 ລຳ ພ້ອມດ້ວຍອາວຸດຕິດພ້ອມ, ລະບົບປ້ອງກັນອາກາດ SAMP – T ລຸ້ນໃໝ່, ບັນດາລະບົບ radar, ລູກລະເບີດ AASM Hammer ແລະ ບັນດາເຮືອບິນບໍ່ມີຄົນຂັບຫຼາຍຊະນິດ.

ໃນວັນດຽວກັນ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ (EC) ຮຽກຮ້ອງບັນດາປະເທດສະຫະພາບເອີຣົບ ເຫັນດີເປັນເອກະພາບຕໍ່ແຜນການຮັບປະກັນແຫຼ່ງການເງິນ ແລະ ການທະຫານໃຫ້ແກ່ ຢູແກຼນ ໃນໄລຍະ 2026 – 2027 ກ່ອນເດືອນ ທັນວາ, ດ້ວຍຄວາມຕ້ອງການທັງໝົດລວມມູນຄ່າ 135,7 ຕື້ ເອີໂຣ (160 ຕື້ USD).


This site is protected by reCAPTCHA and the Google Privacy Policy and Terms of Service apply.